ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໂອ້ລົມຜ່ານທາງໂທລະສັບກັບທ່ານພົນເອກ Patrushev Nikolay Platonovich, ເລຂາສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂອ້ລົມຜ່ານທາງໂທລະສັບກັບທ່ານພົນເອກ Patrushev Nikolay Platonovich, ເລຂາສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ (ພາບ: VOV) 

ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ. ກ່ຽວກັບການຮ່ວມມືລະຫວ່າງບັນດາອົງການປ້ອງກັນຄວາມສະຫງົບ, ອົງການປະຕິບັດກົດໝາຍຂອງສອງປະເທດ, ທ່ານລັດຖະມົນຕີໂຕເລິມ ສະເໜີໃຫ້ສອງຝ່າຍສົມທົບກັນສະກັດກັ້ນ, ຕໍ່ສູ້ເຮັດໃຫ້ທຸກກົນອຸບາຍ, ການເຄື່ອນໄຫວຂອງບັນດາອິດທິກຳລັງເປັນປໍລະປັກ ແລະ ບັນດາປະເພດອາດຊະຍາກຳກໍ່ການຮ້າຍທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ນຳໃຊ້ເຕັກໂນໂລຢີສູງ, ຢາເສບຕິດ, ຄ້າມະນຸດປະລາໄຊໄປ… ສອງຝ່າຍຄວນເອົາໃຈໃສ່ເປັນພິເສດເຖິງການປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ, ສົມທົບ, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນແລະກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ ເຊິ່ງສອງຝ່າຍໄດ້ເຂົ້າຮ່ວມ, ໂດຍສະເພາະແມ່ນເວທີປາໄສກ່ຽວກັບບັນດາໄພນາບຂູ່ຄວາມໝັ້ນຄົງແບບເກົ່າ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ການປ້ອງກັນ, ຕ້ານການກໍ່ການຮ້າຍ…


ຕອບກັບ

ຂ່າວ/ບົດ​ອື່ນ