ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ.

(VOVWORLD) -ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ  Gareth Edward Ward 
 
ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ.  - ảnh 1ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ  Gareth Edward Ward. ພາບ: congan.camau.gov.vn

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຄວນສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ, ພິເສດ ແມ່ນບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານອັງກິດກ່ຽວກັບການຮ່ວມມືສະກັດກັ້ນການຄ້າມະນຸດ, ເພີີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ສົມທົບກັນຢັ້ງຢືນ, ສືບສວນບັນດາຄະດີ, ພັກພວກອາດຊະຍາກອນ; ສົມທົບກັນຕໍ່ສູ້, ມ້າງບັນດາຄະດີກ່ຽວກັບການຄ້າມະນຸດ ແລະ ສົ່ງຜູ້ໄປອົບພະຍົບຢ່າງຜິດກົດໝາຍ…..

     ສ່ວນທ່ານເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ  Gareth Edward Ward ສະແດງຄວາມຫວັງວ່າ  2 ຝ່າຍຈະສືບຕໍ່ຮັບບັນດາໝາກຜົນດີໃນຂົງເຂດຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ທ່ານເອກອັກຄະລັດຖະທູດ Gareth Edward Ward ຢືນຢັນວ່າ  ໃນຖານະຕຳແໜ່ງຂອງຕົນ, ທ່ານຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງພາຍໃນອັງກິດ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ