ລັດຖະມົນຕີກະຊວງຕຳຫຼວດເຈີ່ນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ສາທາລະນະລັດສະຫະພັນເຢຍລະມັນ

ລັດຖະມົນຕີກະຊວງຕຳຫຼວດເຈີ່ນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ສາທາລະນະລັດສະຫະພັນເຢຍລະມັນ - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ
(ພາບ: Thanh Hải/TTXVN)


(vovworld) – ​ແຕ່​ວັນ​ທີ 2/7, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ ສສ ຫວຽດນາມ ​ໂດຍ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ກຳມະການ​ກົມ​ການ​​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ນຳ​ໜ້າ, ມີ​ການ​ຢ້ຽມຢາມສາທາລະນະ​ລັດ​ສະຫະພັນ ​ເຢຍລະ​ມັນ ຢ່າງ​ເປັນ​ທາງ​ການ. ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ, ຄະນະ​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ປະສານ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ, ສຳນັກງານ​ນາຍົກລັດຖະມົນຕີສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ​ໂດຍ​ທ່ານ Gunter Heiss, ທີ່​ປຶກສາ​ນາຍົກລັດຖະມົນຕີ - ຜູ້​ປະສານ​ງານ, ນຳ​ໜ້າ.

    ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແລ​ກປ່ຽນ, ຕີ​ລາຄາ​ສູງ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ​ເນັ້ນ​ໜັກ​ເຖິງ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ເຄືອ​ຂ່າຍ ອີນ​ເຕີ​​ເນັດ ​ແລະ ສົມທົບ​ກັນ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ເຄືອ​ຂ່າຍ ອີນ​ເຕີ​ເນັດ, ​ແລກປ່ຽນ​ບົດຮຽນ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ.​.​. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ, ​ໄດ້​ປະກາດ​ກ່ຽວ​ກັບ​ສະພາບ​ການ​ກ່ຽວຂ້ອງ​ເຖິງ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ກໍ່​ຄືທັດສະນະ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ, ສະ​ເໜີ​ລັດຖະບານ​ ​​ເຢຍລະ​ມັນ ມີ​ສຽງ​ເວົ້າ​ສະໜັບສະໜູນ​ການ​ຕໍ່ສູ້​ເປັນ​ທຳ​ຂອງ​ປະຊາຊົນ ຫວຽດນາມ ກໍ່​ຄື​ຮຽກຮ້ອງ ຈີນ ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ ຜືນ​ແຜ່ນ​ດິນຂອງ ຫວຽດນາມ. ທ່ານ Gunter Heiss ​ໄດ້​ແບ່ງປັນ​ຢ່າງ​ເລິກ​ເຊິ່ງ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ແຜນ​ນະ​ໂຍບາຍ, ມາດ​ຕະການ​​ຂອງ ຫວຽດນາມ ​​ໃນ​ການແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນພື້ນຖານ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

    ກ່ອນ​ໜ້າ​ນັ້ນ, ທ່ານລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ແລະ ຄະນະ​ຜູ້​ແທນຂັ້ນ​ສູງກະຊວງ​ຕຳຫຼວດ ຫວຽດນາມ ​ໄປ​ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສາທາລະນະ​ລັດສະຫະພັນ ​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ