ລັດຖະມົນຕີກະຊວງຕຳຫຼວດເຈີ່ນດ້ານກວາງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ

ລັດຖະມົນຕີກະຊວງຕຳຫຼວດເຈີ່ນດ້ານກວາງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
ໂດຍ​ທ່ານ ກົງທອງ ພົງພິຈິດ, ຮອງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ແລະ ທ່ານ​ພົນ​ເອກ ​ເຈີ່ນ​ດ້ານ​ກວາງດ ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ
(ພາບ: truongtansang.net)

(vovworld) – ​​ຕອນ​ບ່າຍ​ວັນ​ທີ 25/5, ຢູ່ ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ, ພົນ​ເອກ ​ເຈີ່ນ​ດ້ານ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ໂດຍ​ທ່ານ ກົງທອງ ພົງພິຈິດ, ຮອງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ເປັນຫ​​ົວໜ້າ​ຄະນະ, ​ເນື່ອງ​ໃນ​ໂອກາດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຮ່ວມ​ມື​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ລະຫວ່າງ​ກະຊວງ​ຕຳຫຼວ​​ດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ຄັ້ງ​ທີ 5, ​ເຊິ່ງຈັດ​ຕັ້ງ​ຢູ່ ຫວຽດນາມ.

        ທ່ານ​ລັດຖະມົນຕີ​ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ລາວ ອ້າຍ​ນ້ອງສືບ​ຕໍ່​ຮັກສາ, ​ເພີ່​ມພູນ​ຄຸນ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ສືບ​ທອດ​ໃຫ້ລຸ້ນຫຼັງ​ການ​ພົວພັນ​ມິ​ດຕະພາບ​​ແບບ​ພິ​ເສດ ຫວຽດນາມ - ລາວ, ​ເຊິ່ງ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ພັກ, 2 ຊາດ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ເຊື່ອໝັ້ນ​ວ່າ: ກອງ​ປະຊຸມ​ຮ່ວມ​ມື​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ລະຫວ່າງ​ກະຊວງ​ຕຳຫຼວ​​ດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ຄັ້ງ​ທີ 5 ຈະ​ບັນລຸ​ໄດ້​ຍ​ຜົນງານທີ່​ດີຫຼາຍ​ຢ່າງ, ປະກອບສ່ວນ​ເພີ່ມ​ພູມ​ຄູນ​ສ້າງການພົວພັນ​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບອັນ​ດີງາມ​ລະຫວ່າງ 2 ປະ​ເທດ.



ຂ່າວ/ບົດ​ອື່ນ