ລັດຖະມົນຕີກະຊວງປ້ອງ ກັນປະເທດຫວຽດນາມ ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ສ.ສະໂລວາກີ

ລັດຖະມົນຕີກະຊວງປ້ອງ ກັນປະເທດຫວຽດນາມ ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ສ.ສະໂລວາກີ  - ảnh 1

(ພາບ:phungquangthanh.net)

(vovworld)- ຕອນ​ບ່າຍວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ.ສະ​ໂລ​ວາ​ກີ Igor Pacolak ​ໃນ​ໂອກາດທີ່ທ່ານ​ມາ​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ. ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ  ​ແລະ ທ່ານເອກ​ອັກຄະ​ລັດຖະທູດ Igor Pacolak ​ໄດ້​ແລກປ່ຽນບາງ​ເນື້ອ​ໃນ​ທີ່​ສອງ​ຝ່າຍ​ຕ່າງ​ມີ​ຄວາມສົນ​ໃຈ. ​ໃນ​ໄລຍະ​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ຮັກສາ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ, ການ​ພົວພັນ​ສອງ​ຝ່າຍ​ພວມ​ໄດ້​ຮັບ​ການ​ຊຸກຍູ້​ເທື່ອ​ລະ​ກ້າວ​ຕາມ​ທິດ​ແທດ​ຈິງ, ມີ​ປະສິດທິ​ຜົນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ພວມແລກປ່ຽນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສອງ​ຝ່າຍ. ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ  ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​​ເວລາ​ປະຕິບັດງານ ​ຢູ່​ຫວຽດນາມ, ທ່ານເອກ​ອັກຄະ​ລັດຖະທູດ Igor Pacolak ຈະມີ​ການ​ປະກອບ ສ່ວນຫລາຍ​ຢ່າງ​ທີ່​ຕັ້ງໜ້າ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ