ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ລາອອກຈາກຕຳແໜ່ງ

(VOVWORLD) -   ທ່ານນາງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ Kirstjen Nielsen ຈະລາອອກຈາກຕຳແໜ່ງ.

      ນີ້ແມ່ນຂ່າວຄາວໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເອົາລົງສື່ສັງຄົມອອນລາຍ Twittes ສ່ວນຕົວໃນວັນທີ 07 ເມສາ, ໃນສະພາບການອຳນາດການປົກຄອງ ອາເມລິກາ ພວມຊອກຫາວິທີປະຕິຮູບອົງການສຳນັກງານດັ່ງກ່າວ ທີ່ມີຄວາມຮັບຜິດຊອບກ່ຽວກັບນະໂຍບາຍຄົນເຂົ້າເມືອງນີ້. ຂ່າວຄາວດັ່ງກ່າວ ໂດຍຊ່ອງໂທລະພາບ CBS News ຄັດສະເໜີ, ແຕ່ບໍ່ຮູ້ແຈ້ງວ່າ ທ່ານນາງ Kirstjen Nielsen ຈະລາອອກຈາກຕຳແໜ່ງດ້ວຍຄວາມສະໝັກໃຈຫຼືບໍ່. ທ່ານນາງ Kirstjen Nielsen, ອາຍຸ 46 ປີ, ຮັກສາຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ນັບແຕ່ເດືອນ ທັນວາ 2017.

 

ຕອບກັບ

ຂ່າວ/ບົດ​ອື່ນ