ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຸ່ມ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ລັດ​ຖະ​ປະ​ຫານ ຢ​ູ່ນີ​ເຊ

(VOVWORLD) -  ຄະນະຜູ້ບັນຊາການທະຫານ ປະຊາຄົມ ECOWAS ຈະໂຮມປະຊຸມໃນເວລາ 2 ວັນ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ນີເຊ. 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຸ່ມ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ລັດ​ຖະ​ປະ​ຫານ ຢ​ູ່ນີ​ເຊ - ảnh 1ສຳນັກງານພັກປະຊາທິປະໄຕ ແລະ ສັງຄົມນິຍົມ ນີເຊ ຖືກ ບຸກໂຈມຕີ (ພາບ: AFP)

ວັນທີ 2 ສິງຫາ, ບັນດາການນຳປ້ອງກັນຊາດ ຂອງກຸ່ມປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາຕາເວັນຕົກ (ECOWAS) ໄດ້ໂຮມປະຊຸມຢູ່ນະຄອນຫຼວງ Abuja, ນີເຊຣີ ເພື່ອປຶກສາຫາລືກ່ຽວກັບວິທີການຮັບມືກັບການລັດຖະປະຫານການທະຫານຢູ່ປະເທດບ້ານໃກ້ເຮືອນຄຽງ ນີເຊ ຜ່ານມາ, ໃນສະພາບການສາກົນ ແລະ ພາກພື້ນ ມີຄວາມວິຕົກກັງວົນຕໍ່ການປະທະກັນທີ່ກວ້າງກວ່າຢູ່ເຂດ Sahel ຢູ່ ອາຟະລິກາຕາເວັນຕົກ. ຄະນະຜູ້ບັນຊາການທະຫານ ປະຊາຄົມ ECOWAS ຈະໂຮມປະຊຸມໃນເວລາ 2 ວັນ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ນີເຊ. ນອກຈາກນັ້ນແລ້ວ, ຍັງມີອີກຄະນະຜູ້ແທນໜຶ່ງຂອງປະຊາຄົມ ECOWAS ກໍເດີນທາງໄປຍັງນະຄອນຫຼວງ Niamey, ນີເຊ ເພື່ອເລີ່ມເຈລະຈາກັບອຳນາດການປົກຄອງໂດຍນາຍພົນ Abdourahmane Tinani ນຳໜ້າ.

        ກໍໃນວັນດຽວກັນ, ທ່ານນາງ Maria Zakharova  ໂຄສົກກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ສິ່ງສຳຄັນໃນປັດຈຸບັນ ແມ່ນຫຼີກລ້ຽງບໍ່ໃຫ້ສະພາບການຢູ່ ນີເຊ ສັບສົນຂຶ້ນຕື່ມ ແລະ ການຈັດກອງປະຊຸມເຈລະຈາແຫ່ງຊາດ ເພື່ອຟື້ນຟູສັນຕິພາບພົນລະເຮືອນ, ຮັບປະກັນລະບຽບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ ແມ່ນສິ່ງທີ່ຈຳເປັນໃນປັດຈຸບັນ.

VOV

ຕອບກັບ

ຂ່າວ/ບົດ​ອື່ນ