ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ລັ່ງ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu ຈະມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາຈະມາເຖິງ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ລັ່ງ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu (ພາບ: AFP/TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວ VOVworld ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Olivier Brochet ໄດ້ໃຫ້ຮູ້ວ່າ ການຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝຸ ຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu ໄດ້ສະແດງຈິດໃຈ “ອັດອະດີດຕະການລົງ, ມຸ່ງໄປສູ່ອະນາຄົດ” ແລະ ພ້ອມກັນຮ່ວມມືເພື່ອການພັດທະນາຂອງປະເທດຊາດ ແລະ ປະຊາຊົນສອງປະເທດ. ທ່ານໃຫ້ຮູ້ວ່າ:

ນີ້ ເປັນຄັ້ງທຳອິດ ທີ່ລັດຖະບານ ຫວຽດນາມ ເຊື້ອເຊີນຝລັ່ງເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະດຽນບຽນຝຸ ໃນລະດັບການເມືອງ. ຝ່າຍຝລັ່ງ ໄດ້ຕົກລົງຈັດສົ່ງລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ແລະ ລັດຖະມົນຕີຮັບຜິດຊອບ ນັກຮົບເກົ່າ ແລະ ຄວາມຊົງຈຳ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ໃນວັນທີ 7 ພຶດສະພາ ຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ຈະແມ່ນຈຸດເວລາສຳຄັນ ຕໍ່ການພົວພັນສອງຝ່າຍ ຍ້ອນວ່າ ຜ່ານເຫດການນີ້, ພວກເຮົາບໍ່ພຽງແຕ່ ໃຫ້ ຊາວຫວຽດນາມ ແລະ ຊາວຝລັ່ງ ເທົ່ານັ້ນ ຫາກຍັງແມ່ນໂລກຮູ້ວ່າ ພວກເຮົາສາມາດພ້ອມກັນຫວນຄືນອະດີດຕະການ, ບໍ່ຫົວຊາຕໍ່ອະດີດອະການ ແລະ 70 ປີຕໍ່ມາ, ພວກເຮົາໄດ້ກາຍເປັນເພື່ອນມິດທີ່ດີ, ພ້ອມກັນຢືນຢູ່ສະໜາມຮົບເກົ່າ ເພື່ອສ້າງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ