ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

(VOVWORLD) -ທ່ານນາຍົກລັດຖະມົນຕີ Muhyddin Yassin ໄດ້ແຕ່ງຕັ້ງທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ  Ismail Sabri Yaakob ເປັນຮອງນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີການຕ່າງປະເທດ Hishammuddin Hussein ເປັນລັດຖະມົນຕີຂັ້ນສູງຮັບຜິດຊອບກະຊວງການຕ່າງປະເທດ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1ທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ  Ismail Sabri Yaakob ໄດ້ແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ (ພາບ:THE STAR/ASIA NEWS NETWORK)

ວັນທີ 7 ກໍລະກົດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Muhyddin Yassin ໄດ້ແຕ່ງຕັ້ງທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ  Ismail Sabri Yaakob ເປັນຮອງນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີການຕ່າງປະເທດ Hishammuddin Hussein ເປັນລັດຖະມົນຕີຂັ້ນສູງຮັບຜິດຊອບກະຊວງການຕ່າງປະເທດ. ຂໍ້ຕົກລົງສອງສະບັບດັ່ງກ່າວ ໄດ້ຍື່ນສະເໜີຕໍ່ພະມະຫາກະສັດ ມາເລເຊຍ Yang di – Pertuan Agong ແລະ ມີຜົນສັກສິດໃນທັນທີ.

        ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Muhyddin Yassin ກໍມອບວຽກໃຫ້ທ່ານລັດຖະມົນຕີຂັ້ນສູງ ຮັບຜິດຊອບກະຊວງການຕ່າງປະເທດ Hishammuddin Hussein ເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີໃນການປະຕິບັດແຜນການຟື້ນຟູປະເທດ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ