ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ

(VOVWORLD) - ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີອັນໃຫຍ່ຫລວງ ແລະ ການເສຍສະຫຼະຊີວິດຂອງບັນດາທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ 
ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ - ảnh 1 ທີ່ການຕ້ອນຮັບ

ຕອນບ່າຍວັນທີ 19 ມັງກອນ, ທີ່ນະຄອນຫລວງ ວຽງຈັນ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ໃຫ້ການຕ້ອນຮັບທ່ານ ພົນຈັດຕະວາ ຮີ່ງດັກເຮືອງ ຫົວໜ້າຄະນະຕິດຕໍ່ພົວພັນທົ່ວປະເທດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ພ້ອມດ້ວຍຄະນະຜູ້ແທນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ເນື່ອງໃນໂອກາດຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ.

        ທີ່ການຕ້ອນຮັບ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີອັນໃຫຍ່ຫລວງ ແລະ ການເສຍສະຫຼະຊີວິດຂອງບັນດາທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ໃນປາງສົງຄາມເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ກໍຄືໃນກິດຈະການສ້າງສາ ແລະ ພັດທະນາລັດທິສັງຄົມໃນວັນນີ້; ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ: ບັນດາໄຊຊະນະປະຫວັດສາດຂອງກອງທັບປະຊາຊົນ ລາວ ລ້ວນແຕ່ຕິດພັນກັບການຊ່ວຍເຫຼືອຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ