ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ

(VOVWORLD) - ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Irineo Cruz Espino , ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:VOV)

ຕອນບ່າຍວັນທີ 22 ພະຈິກ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Irineo Cruz Espino , ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ, ເນື່ອງໃນໂອກາດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ຟີລິບປິນ ຄັ້ງທີ 5. ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ, ຕັດສິນໃຈພ້ອມກັບ ຟີລິບປິນ ນຳການພົວພັນສອງຝ່າຍລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ, ກ້ວາງຂວາງ, ຮອບດ້ານ, ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີການກະຊວງປ້ອງກັນປະເທດ ຟານວັນຢາງ ສະເໜີໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ - ຟີລິບປິນ ຊຸກຍູ້, ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ເປັນເອກະພາບກັນທີ່ກອງປະຊຸມປຶກສາຫາລືດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ຟີລິບປິນ ໃຫ້ມີປະສິດທິຜົນກ່ວາອີກ, ນຳການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ