ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ ແລະ ຈີນ

(VOVWORLD) -ຕອນຄ່ຳວັນທີ 21 ພະຈິກ, ຄະນະຜູ້ແທນທະຫານຂັ້ນສູງ ຫວຽດນາມ ໂດຍ ທ່ານຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນຫົວໜ້າຄະນະ, ໄດ້ໄປເຖິງ ກຳປູເຈຍ ເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ, ກອງປະຊຸມ ລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ເປີດກ້ວາງ ຄັ້ງທີ 9, ບັນດາການພົບປະບໍ່ເປັນທາງການ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ສະຫະລັດອາເມລິກາ ແລະ ອາຊຽນ-ອິນເດຍ ນັບແຕ່ວັນທີ 21 ເຖິງວັນທີ 23 ພະຈິກ.
  ຢູ່ ຊຽມຣຽບ, ທ່ານຟານວັນຢ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະ ທ່ານ ພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ. ຢູ່ທີ່ນີ້, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບກັນ ສະເໜີກະຊວງປ້ອງກັນປະເທດ ຂອງສອງປະເທດເອົາໃຈໃສ່, ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງສອງຝ່າຍ ຈັດບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດສຳເລັດຜົນ ຜ່ານນັ້ນ ກໍປະກອບສ່ວນຢ່າງແທດຈິງ ເຂົ້າໃນຜົນສຳເລັດລວມຂອງ “ປີສາມັກຄີ ຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ ປີ 2022”, ເຮັດໃຫ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກວ່າເກົ່າ; ໃຫ້ສົມເປັນເສົາຄ້ຳທີ່ສຳຄັນໃນການພົວພັນສອງປະເທດ.
ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ ແລະ ຈີນ - ảnh 1ທ່ານຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພົບປະກັບ ທ່ານເວີຍເຟີ້ງເຫີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ (ພາບ: VOV)

ທີ່ການພົບປະກັບ ທ່ານເວີຍເຟີ້ງເຫີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບກັນ ຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ. ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການພົວພັນສອງປະເທດ, ສອງຝ່າຍເປັນເອກະພາບກັນ ແກ້ໄຂເລີ່ມຈາກຍຸດທະສາດລະດັບສູງ, ເພື່ອຜົນປະໂຫຍດຂອງສອງປະເທດ, ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ທ່ານຟານວັນຢ່າງ ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນແກ້ໄຂຄວາມບໍ່ລົງຮອຍກັນ ໂດຍສັນຕິວິທີບົນຈິດໃຈເຄົາລົບ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ, ແກ້ໄຂບັນດາບັນຫາທາງທະເລ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982, ເສີມຂະຫຍາຍບັນດາກົນໄກການເຈລະຈາບົນທະເລ, ຊຸກຍູ້ການກຳນົດເຂດແດນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືພັດທະນາ…

ຕອບກັບ

ຂ່າວ/ບົດ​ອື່ນ