ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ ຟານ​ວັນ​ຢາງ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ​ປະ​ຈຳ ລັດ​ເຊຍ

(VOVWORLD) -  ວັນທີ 11 ສິງຫາ, ເນື່ອງໃນໂອກາດການເຄື່ອນໄຫວຢ້ຽມຢາມສະຫະພັນ ລັດເຊຍ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ ຟານ​ວັນ​ຢາງ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ​ປະ​ຈຳ ລັດ​ເຊຍ - ảnh 1ທ່ານພົນເອກ ຟານວັນຢາງ ຖ່າຍຮູບເປັນທີ່ລະນຶກກັບພະນັກງານສະຖານທູດ (ພາບ: VOV)

ກ່າວຄຳເຫັນໃນການພົບປະ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເນັ້ນໜັກວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນປະເທດລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ທ່ານກໍປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການການສະໜັບສະໜູນ, ການຊ່ວຍເຫຼືອຈາກສະຖານທູດ ໃນການເພີ່ມທະວີ, ປັບປຸງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຜ່ານນັ້ນ ກໍ່ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ສິງຫາ, ທ່ານພົນເອກ ຟານວັນຢາງ ແລະ ຄະນະ ໄດ້ໄປວາງພວງມາລາຢູ່ ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ ມົດສະກູ. ທ່ານລັດຖະມົນຕີ ຟານວັນຢາງ ກໍໄດ້ໄປຢ້ຽມຢາມບ່ອນເຮັດວຽກຂອງປະທານ ໂຮ່ຈີມິນ ຢູ່ ມົດສະກູ ແຕ່ປີ 1923 – 1924.

        ນັກຂ່າວ VOV ປະຈຳ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ