ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Krivoruchko Aleksei Iurievich

(VOVWORLD) -ຫວຽດນາມ ຍາມໃດກໍຖືການພັດທະນາຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ ແລະ ຖືວ່າ ນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງການພົວພັນຕ່າງປະເທດຂອງ ຫວຽດນາມ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Krivoruchko Aleksei Iurievich - ảnh 1ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ຕອນເຊົ້າວັນທີ 4 ກັນຍາ, ຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Krivoruchko Aleksei Iurievich ເນື່ອງໃນໂອກາດມາເຂົ້າຮ່ວມພິທີປິດການແຂ່ງຂັນ “ນັກຍິງບັນທອນ” “ເຂດອຸປະຕິເຫດ” ໃນຂອບເຂດງານມະຫາກຳກິລາການທະຫານ ສາກົນ  2021 (Army Games 2021) ຢູ່ ຫວຽດນາມ. ໃນການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືການພັດທະນາຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ ແລະ ຖືວ່າ ນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງການພົວພັນຕ່າງປະເທດຂອງ ຫວຽດນາມ. ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ລັດເຊຍ ຈະສືບຕໍ່ໃຫ້ການໜູນຊ່ວຍວັກຊິນແກ່ ຫວຽດນາມ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຢູ່ ຫວຽດນາມ ຄືໃນປັດຈຸບັນ.

        ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ, ຜ່ານການເຂົ້າຮ່ວມ Army Games ຄັ້ງຕ່າງໆ, ບັນດາທິມຂອງ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດທີ່ເປັນໜ້າຊື່ນຊົມ. ສຳຄັນກວ່ານັ້ນແມ່ນ, ພົນທະຫານ, ນາຍທະຫານຂອງກອງທັບປະຊາຊົນ ຫວຽດນາມ ໄດ້ມີໂອກາດຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການໃນການຝຶກຊ້ອມ, ນຳໃຊ້ອາວຸດ, ປະກອບຄວາມຮູ້ເພື່ອຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ