ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ປະ​ຕິ​ເສດ​ຄວາມ​ອາດສາ​ມາດຈັດ​ສົ່ງ​ທະ​ຫານ​ໄປ​ຍັງ ຕາ​ເວັນ​ອອ​ກ​ກາ​ງ​ຕື່​ມ​ອີກ

(VOVWORLD) -ວັນທີ 8 ທັນວາ ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດວ່າ ທຳນຽນ 5 ແຈ ຈະບໍ່ສົ່ງທະຫານ 14.000 ຄົນ ໄປຍັງ ພາກພື້ນຕາເວັນອອກກາງຕື່ມອີກ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ປະ​ຕິ​ເສດ​ຄວາມ​ອາດສາ​ມາດຈັດ​ສົ່ງ​ທະ​ຫານ​ໄປ​ຍັງ ຕາ​ເວັນ​ອອ​ກ​ກາ​ງ​ຕື່​ມ​ອີກ - ảnh 1 ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ: TTXVN) 

ການປະກາດດັ່ງກ່າວໄດ້ຍົກອອກພາຍຫຼັງເກືອບ 24  ຊົ່ວໂມງ ທີ່ທ່ານ Josh Hawley ສະມາຊິກສະພາສູງ ຮຽກຮ້ອງທ່ານ Esper ປະກາດແຜນການຂອງ ທຳນຽບ 5 ແຈ ເພື່ອແນໃສ່ເພີ່ມກຳລັງທະຫານອາເມລິກາ ຢູ່ ຕາເວັນອອກກາງ.

        ວັນທີ 4 ທັນວາ, ໜັງສືພິມ Wall Street Journal ໄດ້ຄັດແຫຼ່ງຂ່າວຈາກບັນດາເຈົ້າໜ້າທີ່ອາເມລິກາທີ່ບໍ່ເຜີຍຊື່ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີ Donald Trump ພວມພິຈາລະນາເປີດກວ້າງການມີໜ້າຂອງກອງທັບ ອາເມລິກາ ຢູ່ ຕາເວັນອອກກາງ. ຕາມນັ້ນແລ້ວ, ອາເມລິກາຈະຜັນຂະຫຍາຍກ່ຳປັ່ນຮົບນັບສິບລຳ, ອາວຸດປະເພດໜັກ ແລະ ທະຫານ 14.000 ຄົນ ເພື່ອແນໃສ່ຮັບມືກັບໄພນາບຂູ່ ຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ