ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ວ່າ ຍັງ​ບໍ່​ທັນມີ​ແຜນການ​ຖອນ​ກໍາລັງ​ທະຫານ​ອອກ​ຈາກ ອີຣັກ

(VOVWORLD) -    ວັນທີ 6 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ຖະແຫຼງວ່າ ປະເທດນີ້ ຍັງບໍ່ທັນມີແຜນການຖອນກໍາລັງທະຫານອອກຈາກ ອີຣັກ. 
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ວ່າ ຍັງ​ບໍ່​ທັນມີ​ແຜນການ​ຖອນ​ກໍາລັງ​ທະຫານ​ອອກ​ຈາກ ອີຣັກ - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper (ພາບ: AFP/TTXVN)

    ກ່າວຄໍາເຫັນກັບວົງການສື່ມວນຊົນຢູ່ ທໍານຽບ 5 ແຈ, ທ່ານ Mark Esper ຊີ້ແຈ້ງວ່າ: “ຍັງບໍ່ທັນມີການຕົກລົງໃດໆກ່ຽວກັບເລື່ອງຖອນກໍາລັງທະຫານອອກຈາກ ອີຣັກ”, ພ້ອມທັງໃຫ້ຮູ້ຕື່ມອີກວ່າ ຍັງບໍ່ທັນຂຶ້ນແຜນການໃດໆກ່ຽວກັບການກະກຽມຖອນກໍາລັງອອກຈາກ ອີຣັກ ເທື່ອ. ທ່ານ Mark Esper ເນັ້ນໜັກວ່າ ອາເມລິກາ ຍັງຮັກສາຄໍາໝັ້ນສັນຍາຈະຄຽງບ່າຄຽງໄຫຼ່ພ້ອມກັບບັນດາພັນທະມິດ ແລະ ຄູ່ຮ່ວມມືໃນການຕໍ່ສູ້ຕ້ານອົງການແຫ່ງລັດ ອິດສະລາມ IS ຢູ່ ອີຣັກ.

        ກ່ອນໜ້ານັ້ນໃນວັນດຽວກັນ, ບັນດາສໍານັກຂ່າວສານ ໄດ້ໃຫ້ຂ່າວວ່າ ທ່ານ William Seely ຜູ້ບັນຊາການໜ່ວຍປະຕິບັດງານພິເສດ ອາເມລິກາ ປະຈໍາ ອີຣັກ ໄດ້ສົ່ງຈົດໝາຍເຖິງບັນດາຄູ່ຕໍາແໜ່ງ ຢູ່ Baghdad ໂດຍແຈ້ງໃຫ້ຊາບວ່າ ກໍາລັງປະສົມ ໂດຍ ອາເມລິກາ ນໍາໜ້າ ພວມກະກຽມ “ຖອນກໍາລັງທະຫານອອກຈາກ ອີຣັກ”.


ຕອບກັບ

ຂ່າວ/ບົດ​ອື່ນ