ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢ້ຽມຢາມບາງປະເທດເອີລົບ ໃນອາທິດນີ້

(VOVWORLD) -ທ່ານເລຂາສື່ມວນຊົນທຳນຽບ 5 ແຈ John Kirby, ໃຫ້ຮູ້ວ່າ ທ່ານ Lloyd Austin ໄດ້ໄປ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 15 ມີນາ ເພື່ອປຶກສາຫາລືກັບພັນທະມິດ NATO
ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢ້ຽມຢາມບາງປະເທດເອີລົບ ໃນອາທິດນີ້ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin
(ພາບ: AP)

ໃນອາທິດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄປ ເອີລົບ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອົງການສົນທິສັນຍາມະຫາສະໜຸດອັດລັງຕິກເໜືອ (NATO) ແລະ ປະຕິບັດການຢ້ຽມຢາມຢູ່ບາງເຂດທາງທິດຕາເວັນອອກຂອງ NATO. ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານເລຂາສື່ມວນຊົນທຳນຽບ 5 ແຈ John Kirby, ໃຫ້ຮູ້ວ່າ ທ່ານ Lloyd Austin ໄດ້ໄປ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 15 ມີນາ ເພື່ອປຶກສາຫາລືກັບພັນທະມິດ NATO ກ່ຽວກັບທຸກຢ່າງທີ່ພວມປະຕິບັດດ້ວຍຖານະພັນທະມິດ ເພື່ອແນໃສ່ປັບປຸງ ແລະ ໜູນຊ່ວຍຄວາມສາມາດຫ້າມປາມຂອງ NATO ຢູ່ເຂດທາງທິດຕາເວັນອອກ. ຖັດຈາກນັ້ນ, ທ່ານຈະໄປ ສະໂລວາກີ ແລະ ບຸນກາຣີ ເພື່ອພົບປະກັບບັນດາການນຳດ້ານການທະຫານ ແລະ ພົນລະເຮືອນຂັ້ນສູງປະເທດເຈົ້າພາບ.

ຕອບກັບ

ຂ່າວ/ບົດ​ອື່ນ