ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄປຢ້ຽມຢາມ ອາບການິດສະຖານ ບໍ່ໄດ້ແຈ້ງລ່ວງໜ້າ

(VOVWORLD) -  ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper  ໄດ້ໄປຢ້ຽມຢາມ ອາບການິດສະຖານ ໃນວັນທີ 20 ຕຸລາ ໂດຍບໍ່ມີການແຈ້ງລ່ວງໜ້າ.
ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄປຢ້ຽມຢາມ ອາບການິດສະຖານ ບໍ່ໄດ້ແຈ້ງລ່ວງໜ້າ - ảnh 1ທ່ານ  ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper (ພາບ: TTXVN) 

ຈຸດປະສົງຂອງການຢ້ຽມຢາມ ຂອງທ່ານລັດຖະມົນຕີ Esper ຄັ້ງນີ້ ໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ນໍາບັນດາການເຈລະຈາກັບ ຕາລີບານ ກັບຄືນສູ່ຖືກທິດ ພາຍຫຼັງ ທ່ານປະທານາທິບໍດີ Donald  Trump ໂຈະການເຈລະຈາຢ່າງກະທັນຫັນເມື່ອເດືອນກັນຍາຜ່ານມາ. ນີ້ກໍແມ່ນການຢ້ຽມຢາມ ອາບການິດສະຖານ ຄັ້ງທໍາອິດຂອງທ່ານ Esper ນັບແຕ່ເມື່ອທ່ານຮັບດໍາລົງຕໍາແໜ່ງໃນເດືອນກໍລະກົດຜ່ານມາ.  

        ຄາດວ່າ ທ່ານລັດຖະມົນຕີ Mark Esper ຈະເຂົ້າຢ້ຽມຂໍ່ານັບທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ແລະ ພົບປະກັບພົນທະຫານ ອາເມລິກາ ທີ່ພວມປະຈໍາຢູ່ ອາບການິດສະຖານ. 

ຕອບກັບ

ຂ່າວ/ບົດ​ອື່ນ