ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ Mark Esper, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 19 – 22 ພະຈິກ, ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ອາເມລິກາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ Mark Esper, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃນການ ເຈລະຈາ ລະຫວ່າງ ຫວຽດນາມ ແລະ ອາເມລິກາ

(ພາບ: TTXVN)

 ທີ່ການ ເຈລະຈາ ເຊິ່ງໄດ້ດຳເນີນໃນວັນທີ 20 ພະຈິກ, ລັດຖະມົນຕີສອງທ່ານໄດ້ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສຳຄັນຂອງການປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ, ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງບັນດາເນື້ອໃນການຮ່ວມມືທີ່ໄດ້ກຳນົດໃນບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ຮັບການລົງນາມໃນປີ 2011, ຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນປະເທດທີ່ໄດ້ຮັບການລົງນາມໃນປີ 2015 ແລະ ແຜນການຮ່ວມມືໄລຍະ 2018 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ