ລັດຖະມົນຕີກະຊວງປ້ອງກັນປະເທດຈີນຢ້ຽມຢາມສັນທະວະໄມຕີຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດຈີນຢ້ຽມຢາມສັນທະວະໄມຕີຫວຽດນາມ - ảnh 1
2 ຄະ​ນະ​ຜູ້​ແທນກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ ຫວຽດ​ນາມ ແລະ ຈີນ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ


(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ຟຸ່ງກວາງ​ແທງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ທ່ານ​ໂພນ​ໂທ ຖາງອ​ວານ​ແຈວນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຈີນ, ກຳ​ມະ​ການ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ມາ​ຢ້ຽມ​ຢາມສັນ​ທະ​ວະ​ໄມ​ຕີ​ຫວຽດ​ນາມແຕ່​ວັນ​ທີ 27 ຫາ​ວັນ​ທີ 31/3/2016. ຕອນ​ເຊົ້າ​ວັນ​ທີ 27/3, 2 ຄະ​ນະ​ຜູ້​ແທນກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ ຫວຽດ​ນາມ ແລະ ຈີນ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດທັງ 2 ໄດ້​ແລກ​ປ່ຽນ​ກ່ຽວກ​ັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ພິ​ເສດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທັງ 2 ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຂັດ​ແຍ້ງ​ບົນ​ທະ​ເລ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ຂອງ 2 ປະ​ເທດ ແລະ ເນັ້ນ​ໜັກ​ວ່າ 2 ຝ່າຍ​ສືບ​ຕໍ່​ແກ້​ໄຂ ການ​ຂັດ​ແຍ້ງ​ບົນ​ທະ​ເລດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ມິດ​ຕະ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ ແລະ ກ້າວ​ໄປ​ເຖິງ​ການ​ສ້າງ COC . ສ້າງ​ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ເຂດ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື.

    ເນື່ອງ​ໃນ​ໂອ​ກາດນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທັງ 2 ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ລະ​ຫວ່າງກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ 2 ປະ​ເທດ.  ແລະ ກໍເນື່ອງ​ໃນ​ໂອ​ກາດນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທັງ 2 ຈະ​ເປັນ​ປະ​ທານ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ກຳ​ລັງ​ປ້ອງ​ກັນ​ຊາດ​ຊາຍ​ແດນ ຫວຽດ​ນາມ-ຈີນ​ຄັ້ງທີ 3 ຢູ່​ແຂວງ​ລ້າງ​ເຊີນ(ຫວຽດ​ນາມ) ແລະ ແຂວງກວາງ​ສີ​ຂອງ​ຈີນ​ແຕ່​ວັນ​ທີ 28 ຫາ​ວັນ​ທີ 31/3.

ຂ່າວ/ບົດ​ອື່ນ