ລັດຖະມົນຕີກະຊວງປ້ອງກັນປະເທດຈີນແລະອາເມລິກາປຶກສາຫາລືບັນຫາທະເລຕາເວັນອອກ

ລັດຖະມົນຕີກະຊວງປ້ອງກັນປະເທດຈີນແລະອາເມລິກາປຶກສາຫາລືບັນຫາທະເລຕາເວັນອອກ - ảnh 1
ກ່ຳ​ປັ່ນ​ພິຄາດ USS Lassen ອາເມລິກາ ຢູ່ທະເລຕາເວັນອອກ
(ພາບ: ອິນເຕີແນັດ)

(vovworld) – ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວ​ເລື່ອງ​ຕົ້ນຕໍ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ທ່ານ Ashton Carter ​ແລະ ຄູ່​ຕຳ​ແໜ່​ງ ຈີນ ທ່ານ ຈ໋າງ​ກວານ​ແຈ໋ນ ​ໃນ​ວັນ​ທີ 3/11 ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ. ການ​ພົບ​ປະ​​ດຳ​ເນີນຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື (ADMM+) ຊຶ່ງ​ໂຮມ​ປະຊຸມ​ຢູ່ ມາ​ເລ​ເຊຍ ​ແລະ ​ແມ​່ນການ​ພົບ​ປະ​ຄັ້ງທຳ​ອິດ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຈີນ - ອາ​ເມ​ລິ​ກາ ນັບ​ແຕ່​ພາຍຫລັງ ອາ​ເມ​ລິ​ກາ ສົ່ງ​ກ່ຳ​ປັ່ນ​ພິຄາດ USS Lassen ​ເຂົ້າ​ບໍລິເວນ 12 ​ໄມ​ທະ​ເລ​ອ້ອມ​ແອ້ມ​ບັນດາ​ເກາະ ​ໂດຍ ຈີນ ​​ໄດ້​ໃຫ້​ຖົມ​ດິນ ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່ທະ​ເລ​ຕາ​ເວັນ​ອອກ.

        ກ່ຽວຂ້ອງ​ເຖິງ​ການ​ພົບ​ປະ​ດັ່ງກ່າວ, ສຳ​ນັກ​ຂ່າວສານ Reuters ຄັດ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ ທຳນຽບ 5 ​ແຈ​ທີ່ເຂົ້າ​ຮ່ວມ​ການ​ພົບ​ປະ​ໃຫ້​ຮູ້​ວ່າ: ທ່ານ​ລັດຖະມົນຕີ ຈ໋າງ​ກວານ​ແຈ໋ນ ​ເວົ້າ​ວ່າ ບັນດາ​ການ​ກະທຳ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກຕົ້ນຕໍ​ແມ່ນ​ເພື່ອ “​ແນ​ໃສ່​ໜູນ​ຊ່ວຍ ​ແລະ ນຳ​ມາ​​ເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້ການ​ເດີນ​ທະ​ເລ​​ແກ່ປະ​ເທດ​ອື່ນໆ” ​ແລະ ກໍ່​ເນັ້ນ​ໜັກ​ວ່າ ຈີນ “ຕ້ອງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ບາງ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ຄວາມ​​ສາ​ມາດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນ​ດິນ”. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ Ashton Carter ຢືນຢັນອີກຄັ້ງ​ໜຶ່ງວ່າ “ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ທາງ​ອາກາດ​, ທາງ​ທະ​ເລ ​ແລະ ​ບໍ່​ວ່າຢູ່ ​ແຫ່ງ​ໃດ​ທີ່​ກົດໝາຍ​ສາກົນ​ອະນຸຍາດ ​ແລະ ​ແນ່ນອນ​ວ່າ​ຈະ​ຢູ່ທະ​ເລ​ຕາ​ເວັນອອກ​”.

ຂ່າວ/ບົດ​ອື່ນ