ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາພົບປະ2ຝ່າຍກັບລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາພົບປະ2ຝ່າຍກັບລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ - ảnh 1
(ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ ໂງ​ຊວນ​ລິກ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​​ໄທ)

(vovworld) - ຢູ່ນອກກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ​ມົດ​ສະ​ກູ​ ຄັ້ງ​ທີ 5 ພວ​ມ​ດຳ​ເນີນ​ຢູ່​ມົດ​ສະ​ກ​ູ, ວັນ​ທີ 26/04, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລິກ ໄດ​້​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທ, ພົນ​ເອກ ພ​ຣ​ະ​ວິດ ວົງ​ສຸ​ວັນ; ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂ​ປ Ng Eng Hen. ທີ່​ບັນ​ດ​າ​ການ​ພົບ​​ຕ່າງໆ, ທ່ານ​ລັດ​ຖະ​ມົນ​ຕີ​ ໂງ​ຊວນ​ລິກ ຖື​ວ່​າ ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ, ສິງ​ກະ​ໂປ​ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ດີ​ງາ​ມ. ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ດ້ານ​ບ​ຳ​ລຸງ​ສ້າງ… ​ບັນ​ລຸໄດ້​ບັນ​ດາ​ໝາກ​ຜົນ​​ທີ່​ເປັນໜ້າ​ຊື່ນ​ຊົມ. ກ່ຽວ​ກັບ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ຖື​ວ່າ, ບັ​ນ​ດາ​ປະ​ເທດ​ອາຊຽນ ຕ້ອງ​ມີ​ສຽງ​ເວົ້າ​​ເປັນ​ເອ​ກະ​ພາບ​ກັ​ນ​ໃນ​ບັນ​ຫານີ້, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982), ປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ, ກ້າວ​ໄປ​ເຖິງ​ການ​ບັນ​ລຸປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ສະ​ເໜີ​ວ່າ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ຕ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ຮັກ​ສາ​ການ​ລາດ​ຕາ​ເວນ​ຮ່ວມ​ຢູ່​ເຂດ​ຊາຍ​ແດນ​ທະ​ເລ​ຕິດ​ກັນ

ຂ່າວ/ບົດ​ອື່ນ