ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ວັນທີ 28 ກໍລະກົດ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ເລີ່ມຕົົ້ນການຢ້ຽມຢາມຫວຽດນາມເປັນເວລາ 2 ວັນ ຄືວັນທີ 28 ແລະ 29 ກໍລະກົດ.
ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ  - ảnh 1ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin

ຕາມໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ, ການຢ້ຽມຢາມຫວຽດນາມຂອງ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ແມ່ນເພື່ອສືບຕໍ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ແລະ ກອງທັບຂອງ 2 ປະເທດ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂົງເຂດປ້ອງກັນປະເທດ ທີ່ໄດ້ລົງນາມລະຫວ່າງ 2 ກະຊວງ ແລະ ຂໍ້ຕົກລົງຂອງການນຳຂົ້ນສູງຂອງ 2 ປະເທດ ປະກອບສ່ວນເຂົ້າໃນຂອບເຂດຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ.

     ຕາມແຜນການແລ້ວ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ແລະ ທ່ານປະທານປະເທດ ຫງວຽນຊວນຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ