ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ ເລີ່ມ​ຕົ້ນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ອາ​ຊີ​ ໃນ ວັນ​ທີ 15 ມີ​ນາ

(VOVWORLD) -ວັນທີ 13 ມີນາ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ທ່ານ Lloyd Austin ໄດ້ແຈ້ງວ່າ: ຈະເດີນທາງໄປປະຕິບັດງານ ຢູ່ ອາຊີ ເພື່ອຊຸກຍູ້ການຮ່ວມມືດ້ານການທະຫານກັບບັນດາປະເທດພັນທະມິດຂອງ ວໍຊິງຕັນ.

ນີ້ແມ່ນການໄປປະຕິບັດງານທຳອິດຂອງທ່ານ ໃນຖານະແມ່ນການນຳກະຊວງປ້ອງກັນປະເທດ ອາເມລິກາ. ຕາມແຜນການ ທ່ານ Austin ຈະໄປຢ້ຽມຢາມ ຍີ່ປຸ່ນ, ສເກົາຫລີ ແລະ ອິນເດຍ. ຄາດວ່າ ຮ່ວມເດີນທາງກັບທ່ານ Austin ຍັງມີທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ. ການໄປປະຕິບັດງານ ອາຊີ ຂອງການນຳຂະແຫນງການທູດ ແລະ ການປ້ອງກັນປະເທດ ອາເມລິກາ ດຳເນີນພາຍຫລັງກອງປະຊຸມສຸດຍອດ ທາງອອນລາຍທຳອິດ ຂອງກຸ່ມ 4 ປະເທດ ລວມມີ ອາເມລິກາ, ອິນເດຍ, ອົດສະຕາລີ ແລະ ຍີ່ປຸ່ນ ເພື່ອປຶກສາຫາລືບັນດາບັນຫາພາກພື້ນ ແລະ ທົ່ວໂລກຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ