ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກ່າວຫາຈີນກໍ່ຂາດຄວາມສະຖຽນລະພາບຢູ່ທະເລຕາເວັນອອກ

ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກ່າວຫາຈີນກໍ່ຂາດຄວາມສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1
ທ່ານ Chuck Hagel
photo:AFP


(vovworld)- ວັນທີ 31/5, ກ່າວຄຳເຫັນທີ່ກອງປະຊຸມ Shangri- La 13, ທ່ານ Chuck Hagel, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຍົກອອກສານກົງ​ໄປ​ກົງ​ມາ​ເຖິງ​ຈີນ ຜ່ານ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຂອງ​ ປັກ​ກີ​ງ ຢູ່ ກອງ​ປະ​ຊຸມ Shangri- La 13 ວ່າ: ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້, ຈີນ ​ໄດ້​ປະຕິບັດ​ບັນດາ​ການ​ກະທຳ​ລຳພັງ​ຝ່າຍ​ດຽວ ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ, ທວງ​ເອົາ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ” ພ້ອມ​ທັງ​ຖະ​ແຫລ​ງວ່າ: ອາ​ເມ​ລິ​ກາ ຈະ​ບໍ່​ເມີນ​​ເສີຍ​ເມື່ອ​ບັນດາ​ຫລັກການ​ພື້ນຖານ​ຂອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ​ຖືກ​ສິ່ງ​ທ້າ​ທາຍ”. ທ່ານ Hagel ຖະ​ແຫລ​ງວ່າ: ວໍ​ຊິງ​ຕັນ“​ເດັດດ່ຽວ​ຄັດຄ້ານ​ບໍ່​ວ່າ​ປະ​ເທດ​ໃດ​ນຳ​ໃຊ້​ມາດ​ຕະການ​ນາບ​ຂູ່, ບັງຄັບ​ຫລື ນາບ​ຂູ່​ການ​ໃຊ້​ກຳລັງ​ອາວຸດ​ເພື່ອ​ທວງ​ເອົາ​ອະທິປະ​ໄຕ. ທ່ານ Hagel ​ເນັ້ນ​ຫນັກ​ວ່າ: ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ ສຳລັບ​ບັນດາ​ປະ​ເທດ​ພັນທະ​ມິດ ​ແລະ ​ເພື່ອນ​ມິດ​ຢູ່ ອາຊີ ພ້ອມ​ທັງ​ຮຽກຮ້ອງ​ຊອກ​ຫາ​ມາດ​ຕະການ​ສັນຕິ​ໃຫ້​ແກ່​ຄວາມ​ຂັດ​ແຍ້​ງ​ໃນ​ສາກົນ.

ຈີນ​ສະ​ແດງ​ປະຕິກິລິຍາ​ຫຍໍ້​ທໍ້​ເມື່ອ​ຖືກ​ກ່າວ​ປະນາມ​ທີ່​ກອງ​ປະຊຸມ Shangri la

ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກ່າວຫາຈີນກໍ່ຂາດຄວາມສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 2

ທ່ານ​ນາງຟູ​ອີງ

(ພາບ: wordpress)

 ຕໍ່ໜ້າ​ເລື່ອງ​ຖືກ​ຕຳ​ນິຕິ​ຕຽນ​ນັບ​ແຕ່​ວາລະ​ໄຂ​ກອງ​ປະຊຸມ Shangri la ກ່ຽວ​ກັບການ​ກະທຳ​ເກາະ​ຜິດ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ໄລຍະ​ຜ່ານ​ມາ, ຈີນ ​ໄດ້​ອອກສຽງ​ສະ​ແດງ​ປະຕິກິລິຍາ​ທີ່​ຫຍໍ້​ທໍ້, ຊອກ​ຫາ​ວິທີ​ຖີ້ມ​ໂທດ​ໃຫ້​ແກ່​ປະ​ເທດ​ອື່ນໆ ​ເພື່ອ​ປົກ​ປິດ​ບັນດາ​ການ​ກະທຳ​ທີ່​ຜິດ​​ເຂ​ວຂອງ​ຕົນ. ຕາມ​ນັກ​ຂ່າວ VOV ປະຈຳ​ປັກ​ກິ​ງ, ທ່ານ​ນາງຟູ​ອີງ  ອະດີດ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຜູ້ຕາງໜ້າ​ຝ່າຍ​ຈີນ ​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ຕຳ​ນິຕິ​ຕຽນ​ຍີ່ປຸ່ນ ​ໃນ​ບັນຫາ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ເຂດ​ໝູູ່​ເກາະ Senkaku/ຕຽວອີ້.

  ​ໃນ​ຂະນະ​ນັ້ນ, ວັນ​ທີ 31/5, ສຳນັກ​ຂ່າວສານ​ຊີ​ນຮົວ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານ​ນາງຟູ​ອີງ ດ້ານ​ໜຶ່ງ​ໄດ້ຢ້ຳຄືນ​ຖ້ອຍ​ທຳນອງ​ເກົ່າ​ຂະນະ​ທີ່​ຖື​ວ່າ “ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ​ຍ້ອນ​ການ​ກະທຳ​ເກາະ​ຜິດ​ຂອງ​ບາງ​ປະ​ເທດ“ ​ແລະ ດ້ານ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ປອງ​ດອງ​ກັບ​ອາ​ເມ​ລິ​ກາ ດ້ວຍ​ການສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ​ເພື່ອ​ແບ່​ງປັນ​ຜົນ​ປະ​ໂຫຍ​ດລວມ​ໃນ​ພາກ​ພື້ນ. ຈີນ​ຫວັງ​ວ່າ: ລີລາ​ການ​ປາກ​ເວົ້າຂອງ​ທ່ານ​ນາງຟູ​ອີງ ​ແລະ ທັດສະນະ​ແຂງ​ກະດ້າງ​ຂອງ​ທ່ານຫວາງ​ແຈ​ນຈຸ​ງ ອາດ​ຈະ​ປົກ​ປິດ​ບັນດາ​ການ​ກະທຳ​ທີ່​ຜິດ​ພາດ​ຂອງ​ຈີນ, ລະອຽດ​ແມ່ນ​ເລື່ອງ​ຈີນ​ໄດ້ ຕັ້ງຮ້ານເຈາະນ້ຳມັນ​ໄຮ​ຢາງ 981 ຢ່າງຜິດກົດໝາຍໃນເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫ່ລທະ​ຫວີ​ບຂອງຫວຽດນາມ./.

ຂ່າວ/ບົດ​ອື່ນ