ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາຢ້ຽມຢາມອີຣັກຢ່າງກະທັນຫັນ

ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາຢ້ຽມຢາມອີຣັກຢ່າງກະທັນຫັນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​
ປະ​ເທດ ອາ​ເມ​ລິ​ກາ Ash Carter
(ພາບ: Getty Images)

(vovworld) – ​ ​ ວັນ​ທີ 11/12 ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ash Carter ​ໄປ​ເຖິງ ອີຣັກ ​ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ການ​ນຳ​ຊາວ Kurd ຢູ່ ອີຣັກ ກ່ຽວ​ກັບ​ບັ້ນ​ຮົບ​ການ​ທະຫານ​ໂດຍ ອາ​ເມ​ລິ​ກາ ໜູນ​ຊ່ວຍ ​ເພື່ອ​ແນ​ໃສ່​ຕ້ານ​ພວກ​ກະບົດ​ຂອງ​ອົງກາ​ນ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່​ນະຄອນ Mosul. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ash Carter ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Haider Al Abadi ​ແລະ ບິນ​ເຖິງ​ເຂດ Kurdistan ​ເພື່ອ​ພົບ​ປະ​ກັບ​ທ່ານ Masoud Barzani ການ​ນຳ​ຊາວ Kurd ຢູ່ ອີຣັກ, ກໍ່​ຄືພົບ​ປະ​ກັບ​ທ່ານພົນ​ຕີ​ Steve Townsend ຜູ້​ບັນຊາ​ພັນທະ​ມິດສາ​ກົນ​ຕ້ານ​ກໍ່​ການ​ຮ້າຍ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ​ການໜູນ​ຊ່ວຍ ​ກຳລັງ​ຕ່າງໆ​ຂອງ ອີຣັກ.

 

ຂ່າວ/ບົດ​ອື່ນ