ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ເນັ້ນ​ໜັກເຖິງ “ການ​ທົ​ດສອບ” ນຳ ສ​ປ​ປ.ເກົາຫຼີ​ ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ

(VOVWORLD) -ວັນທີ 13 ທັນວາ, ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຖືວ່າ ອາເມລິກາ ຈະໄດ້ຮັບການທົດສອບໂດຍໄວໃນການ ນຳ ສປປ.ເກົາຫຼີກັບຄືນສູການເຈລະຈາ ເພື່ອປຶກສາຫາລືກ່ຽວກັບໂຄງການອາວຸດນິວເຄຼຍຂອງປະເທດນີ້.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ເນັ້ນ​ໜັກເຖິງ “ການ​ທົ​ດສອບ” ນຳ ສ​ປ​ປ.ເກົາຫຼີ​ ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ - ảnh 1ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ (ພາບ: AFP/TTXVN) 

ກ່າວຄຳເຫັນຕໍ່ສະພາການພົວພັນຕ່າງປະເທດ ຢູ່ ນິວຢອກ, ທ່ານ Esper ເນັ້ນໜັກວ່າ ອາເມລິກາພວມມານະພະຍາຍາມເຊື່ອມຕໍ່ການເຈລະຈາຍ້ອນບັນຫາໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີຄືນໃໝ່ນັ້ນ ພຽງແຕ່ຈະໄດ້ຮັບການແກ້ໄຂຜ່ານການປຶກສາຫາລືທາງການທູດ. ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກໍ່ຢັ້ງຢືນວ່າ “ຖ້າສົງຄາມເກີດຂຶ້ນຢູ່ແຫຼມເກົາຫຼີນັ້ນແມ່ນຈະຮ້າຍແຮງທີ່ສຸດ ແລະ ບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ”. ຕາມນັ້ນແລ້ວ, ທ່ານຖືວ່າ ອາເມລິກາ “ຈະໄດ້ຮັບການທົບສອບໂດຍໄວເພື່ອພະຍາຍາມນຳ ສປປ.ເກົາຫຼີກັບຄືນສູ່ການເຈລະຈາ, ຫວັງວ່າ ເຂົາເຈົ້າຈະບໍ່ເລືອກເອົາເສັ້ນທາງອື່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ