ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີໂອ້ລົມ ສົນທະນາໂດຍກົງ ທາງອີນເຕີເນັດ

ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີໂອ້ລົມ ສົນທະນາໂດຍກົງ ທາງອີນເຕີເນັດ - ảnh 1
ທ່ານລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ
(ພາບ: VGP)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/5, ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຢີຫວຽດນາມ Nguyen Quan ຕອບ​ຄຳ​ຖາມ​ໂດ​ຍກົງ​ໃນ​ປະຕູ​ຖານ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ. ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຢີ Nguyen Quan ​ໄດ້​ສະໜອງ​​ຂໍ້​ມູນ​ຂ່າວ​ຫຼາຍຢ່າງທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ເຊິ່ງ​​ໃນ​ໄລຍະ​ຜ່ານ​ມາສັງຄົມ​​ມີ​ຄວາມ​ເອົາ​ໃຈ​​ໃສ່​ເປັນ​ພິ​ເສດ​. ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ນ້ຳມັນ​ອາຍ​ແກ​ດ, ພາຍຫຼັງ​ເກີດ​ເຫດ​ໄຟ​ໄໝ້​ລົດ​ໂອ​ໂຕ, ລົດຈັກ​​ຫຼາຍກໍລະນີ. ທ່ານ​ລັດຖະມົນຕີ Nguyen Quan ຢືນຢັນ​ວ່າ: ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຢີ ​ໄດ​້ວິ​ໄຈ​ນ້ຳມັນ​ທີ່​ເອົາມາຈາກ​ລົດ​ຖືກ​ໄຟ​ໄໝ້​ແລ້ວ ​ແລະ ​ເຫັນ​ວ່າ​ນ້ຳມັນ​ເຫຼົ່າ​ນັ້ນ​ລ້ວນ​ແຕ່ຮັບປະກັນ​ມາດຖານ. ທ່ານ​ລັດຖະມົນຕີ Nguyen Quan ຢືນຢັນ​ວ່າ:

“ມື້​ວານ​ນີ້, ​ຂ້າພະ​ເຈົ້າ​ໄດ້​ແລກປ່ຽນ​ກັບ​ນັກວິທະຍາສາດ​ທີ່ມີ​ຊື່​ສຽງຜູ້​ໜຶ່ງ ​ແລະ ນັກວິທະຍາສາດ​ນີ້​ມີ​ບາງຄວາມ​ເຫັນ​ທີ່​ພວກ​ເຮົາ​ຄວນຄົ້ນ​ຄ້ວາ. ນັ້ນ​ແມ່ນ​ບັນດາ​ເຫດ​ໄຟ​ໄໝ້​ລົດ​ເກີດ​ຂຶ້ນ​, ນ້ຳມັນ​​ໃນ​ໄລຍະ​ນັ້ນບໍ່​ແມ່ນ​ສາຍ​ເຫດ​ໂດ​ຍກົງ ​ຫາກ​ບາງ​ເທື່ອ​ຄຸນ​ນະພາ​ບຂອງ​ນ້ຳມັນ​​ທີ່​ນຳ​ໃຊ້ໃນ​ໄລຍະ​ກ່ອນ​ນັ້ນຈະ​ແມ່ນ​ສາຍ​ເຫດ​ໂດຍ​ທາງອ້ອມ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ຖື​ວ່າ: ​ໄປ​ຄຽງ​ຄູ່​ກັບ​ການ​ສືບສວນ​ສາຍ​ເຫດທີ່​ພາ​ໃຫ້​ເກີດ​ໄຟ​​ໄໝ້​ລົດ, ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຕ້ອງ​ກວດກາ​ຄຸນ​ນະພາ​ບນ້ຳມັນ​ຢ່າງແໜ້ນ​ແຟ້ນ​ເພື່ອ​ບໍ​ໃຫ້​ເກີດ​ກໍລະນີ​ຄື​ດັ່ງກ່າວ​ອີກ”

        ພາຍຫຼັງ​ເກືອ​ບ 2 ຊົ່ວ​ໂມງ​ທີ່ໂອ້​ລົມ​ສົນທະນາ​ໂດຍ​ກົງ, ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໄດ້​ເຮັດ​ແຈ້ງບັນດາ​ບັນຫາ​ເຊິ່ງກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີພວມ​ຄຸມ​ຄອງ​ໂດຍ​ກົງຄື ​ເລື່ອງ​ຖ່າຍ​ທອດ​ເຕັກ​​ໂນ​ໂລ​ຢີ​ວິທະຍາສາດ ​ແລະ ​ເຕັກນິກຮັບ​ໃຊ້​ການ​ພັດທະນາ​ຊົນນະບົດ​ໃໝ່, ບັນຫາ​ກ່ຽວ​ກັບ​ເຫດການ​ຢູ່​​ເຂື່ອນໄຟຟ້າ​ນ້ຳ​ຕົກ​ແມ່​ນ້ຳ ​ແຈງ 2, ບັນດາ​ບັນຫາ​ກ່ຽວ​ກັບ​ການ​ພັດທະນາ​​ໄຟຟ້າ ນິວ​ເຄຼຍ..​.​

ຂ່າວ/ບົດ​ອື່ນ