ລັດຖະມົນຕີກະຊວງສຶກສາລັດ Hessen ສ. ສະຫະພັນເຢຍລະມັນຢ້ຽມຢາມ ຫວຽດນາມ

ລັດຖະມົນຕີກະຊວງສຶກສາລັດ Hessen ສ. ສະຫະພັນເຢຍລະມັນຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ
ຫງວຽນ​ທ້ຽນ​ເ​ຍີນ ຕ້ອນຮັບ​
ທ່ານ​ນາງ Dorothea Henzler
( ພາບ: baodientu.chinhphu.vn )

( vovworld ) - ຕອນ​ບ່າຍ​ວັນ​ທີ 14/3, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານ​ນາງ Dorothea Henzler, ລັດຖະມົນຕີ​ກະຊວງ​ສຶກສາ​ລັດ Hessen ສາທະ​ລະນະ​ລັດສະຫະພັນ​​ເຢຍລະ​ມັນ​ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເ​ຍີນ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງສາທາລະນະ​ລັດສະຫະພັນ​​ເຢຍລະ​ມັນ ທີ່​ມີ​ຕໍ່ຫວຽດນາມ ​ເວົ້າ​ລວມ ​ແລະ ກະຊວງ​ສຶກສາ​ລັດ Henssen ​ເວົ້າ​ສະ​ເພາະ​ໃນ​ໄລຍະ​ທີ່​ຜ່ານ​ມາ. ຕາມ​ທ່ານຮອງນາຍົກລັດຖະມົນຕີ​ແລ້ວ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ທຸກດ້ານ​ກວ່າ​ອີກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານນາງລັດຖະມົນຕີ​ກະຊວງ​ສຶກສາ Dorothea Henzler ​​ກໍ​ສະ​ແດງ​ຄວາມ​ມ່ວນ​ຊື່ນ​ເມື່ອ​ເຫັນ​ວ່າ ລັດ Hessen ​ແລະ ຫວຽດນາມ ​ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ ​ແລະ ສຳຄັນ. ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ມີ​ຫຼາຍໂຄງການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆກັບ​ລັດ Hessen ພິ​ເສດ​ແມ່ນ​ບັນຫາ​ສຶກສາ ​​ແມ່ນ​ໄດ້​ຮັບ​ການ​ປະຕິບັດ. ລັດ Hessen ກໍ​ປາດ​ຖະໜາ​​ຢາກເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ຫວຽດນາມ​ໃນ​ທຸກໆ​ຂົງ​ເຂດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ