ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມລົງກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແຂວງ ວິງລອງ

(VOVWORLD) -ຍາມໃດພວກເຮົາກໍ່ຕ້ອງຍົກສູງສະຕິລະວັງຕົວ, ບໍ່ປະໝາດ, ບໍ່ໃຫ້ຄິດວ່າ ແຂວງເຮົາແມ່ນແຂວງບໍ່ມີຄວາມສ່ຽງເກີດໂລກລະບາດ.
ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມລົງກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແຂວງ ວິງລອງ - ảnh 1(ທ່ານ ຫງວຽນແທ່ງລອງ, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ທີ່ການເຮັດວຽກ)

ວັນທີ 27 ເມສາ, ຄະນະກວດກາຂອງກະຊວງສາທາລະນະສຸກຫວຽດນາມ ໂດຍທ່ານ ຫງວຽນແທ່ງລອງ, ລັດຖະມົນຕີກະຊວງສາທາລະນະສຸກເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ວິງລອງ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນແທ່ງລອງ, ສະເໜີວ່າ:

        “ຍາມໃດພວກເຮົາກໍ່ຕ້ອງຍົກສູງສະຕິລະວັງຕົວ, ບໍ່ປະໝາດ, ບໍ່ໃຫ້ຄິດວ່າ ແຂວງເຮົາແມ່ນແຂວງບໍ່ມີຄວາມສ່ຽງເກີດໂລກລະບາດ. ໃນຊຸມມື້ວັນບຸນ, ຂ້າພະເຈົ້າປາດຖະໜາວ່າຈະຈຳກັດບັນດາເຫດການເຕົ້າໂຮມກັນຫຼາຍຄົນທີ່ບໍ່ມີຄວາມຈຳເປັນ. ປະຕິບັດຕາມສານສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີ, ດຳເນີນການປັບໄໝປະຊາຊົນຜູ້ທີ່ມາຍັງເຂດທີ່ມີການເຕົ້າໂຮມຫຼາຍຄົນ, ສະຖານທີ່ສາທາລະນະ, ເຂດທີ່ຍາກຈະຄວບຄຸມໄດ້ຄື: ໂຮງໝໍ, ຮ້ານສັບພະສິນຄ້າ, ເຂດລະຫຼີ້ນບັນເທິງ, ພວກເຮົາຈະທັງສືບຕໍ່ວຽກງານໂຄສະນາ, ທັງກ່າວເຕືອນປັບໄໝ”.

        ໃນເຫດການທີ່ກ່ຽວຂ້ອງ, ໂດຍປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບ “ການເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”. ຢູ່ແຂວງ ດົ່ງທາບ, ເຊິ່ງແມ່ນທ້ອງຖິ່ນມີຊາຍແດນຕິດກັບແຂວງ Prayveng, ປະເທດ ກຳປູເຈຍ, ທາງແຂວງກໍ່ໄດ້ຕັ້ງ 18 ດ່ານກວດກາ, 18 ຫົວໜ່ວຍເຄື່ອນທີປະຕິບັດໜ້າທີ່ລາດຕະເວນ, ຄວບຄຸມຢູ່ເຂດຊາຍແດນ 24 ຊົ່ວໂມງ.

        ຢູ່ແຂວງ ບາກລຽວ, ຄະນະກຳມະການປະຊາຊົນແຂວງ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນສືບຕໍ່ປະຕິບັດການເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນບໍລິເວນແຂວງ ຢ່າງເຂັ້ມງວດ.

        ສ່ວນຢູ່ໂຮງໝໍຫຼາຍຂະແໜງນະຄອນ ດົ່ງເຮີ໊ຍ ແລະ ໂຮງໝໍຫຼາຍຂະແໜງເຂດທາງທິດເໜືອແຂວງ ກວາງບິງ, ທາງແຂວງໄດ້ເລີ່ມຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຄັ້ງທີ 1 ໃຫ້ບັນດາກຸ່ມເປົ້າໝາຍບຸລິມະສິດເຊິ່ງແມ່ນກຳລັງປະຕິບັດຢູ່ແນວໜ້າປ້ອງກັນ, ຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ