ລັດຖະມົນຕີ​ກະຊວງ​ເອກະ​ພາບສ.​ເກົາຫຼີ:ການ​ນໍາສປປ.​ເກົາຫຼີຍັງ​​ເຮັດ​ວຽກ​ເປັນ​ປົກກະຕິ

(VOVWORLD) -ສື່ມວນຊົນ ສປປ.ເກົາຫຼີ ຍັງໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງການນໍາ ສປປ.ເກົາຫຼີ Kim Jong-un ເປັນປົກກະຕິຢູ່, ເຊິ່ງເປັນສັນຍານຊີ້ໃຫ້ເຫັນວ່າທ່ານຍັງຄົງແກ້ໄຂບັນດາບັນຫາຂອງປະເທດຕົນເປັນປົກກະຕິ.

ວັນທີ 28 ເມສາ, ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ Kim Yeon-chul ໃຫ້ຮູ້ວ່າ: ສື່ມວນຊົນ ສປປ.ເກົາຫຼີ ຍັງໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງການນໍາ ສປປ.ເກົາຫຼີ Kim Jong-un ເປັນປົກກະຕິຢູ່, ເຊິ່ງເປັນສັນຍານຊີ້ໃຫ້ເຫັນວ່າທ່ານຍັງຄົງແກ້ໄຂບັນດາບັນຫາຂອງປະເທດຕົນເປັນປົກກະຕິ.

ລັດຖະມົນຕີ​ກະຊວງ​ເອກະ​ພາບສ.​ເກົາຫຼີ:ການ​ນໍາສປປ.​ເກົາຫຼີຍັງ​​ເຮັດ​ວຽກ​ເປັນ​ປົກກະຕິ - ảnh 1 (ພາບປະກອບ: Yonhap/TTXVN)

ບັນດາຂ່າວລືທີ່ກ່ຽວຂ້ອງເຖິງສະພາບການສຸຂະພາບຂອງການນໍາ Kim Jong-un ໄດ້ປະກົດມີຂຶ້ນພາຍຫຼັງທ່ານຍົກເລີກການຢ້ຽມຢາມວັງດວງອາທິດປະຈໍາປີ ໃນວັນທີ 15 ເມສາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານອະດີດປະທານ Kim il Sung ເຊິ່ງເປັນພໍ່ປູ່ຂອງທ່ານ Kim Jong-un. ເພາະສະນັ້ນ, ບັນດາແຫຼ່ງຂ່າວທີ່ຍັງບໍ່ທັນໄດ້ຢັ້ງຢືນຄວາມຈິງ  ກໍ່ລ້ວນແຕ່ຄາດເດົາໄປວ່າທ່ານ Kim Jong-un ກໍາລັງຢູ່ໃນອາການຊຸດໜັກພາຍຫຼັງການຜ່າຕັດ. ເຖິງຢ່າງໃດກໍຕາມ, ບັນດາເຈົ້າໜ້າທີ່ສ.ເກົາຫຼີກໍໄດ້ປະຕິເສດບັນດາຂ່າວລືດັ່ງກ່າວເປັນຫຼາຍຄັ້ງແລ້ວ ແລະຢັ້ງຢືນວ່າ ເຂົາເຈົ້າບໍ່ພົບເຫັນການກະທໍາທີ່ຜິດປົກກະຕິໃດໆຈາກຝ່າຍສປປ.ເກົາຫຼີ.


 

ຕອບກັບ

ຂ່າວ/ບົດ​ອື່ນ