ລັດຖະມົນຕີການ ຕ່າງປະເທດ ຫວຽດນາມ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ

ລັດຖະມົນຕີການ ຕ່າງປະເທດ ຫວຽດນາມ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ - ảnh 1
ທີ່ການເຮັດວຽກລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ
ແລະ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ

( ພາບ: TTXVN )

( vovworld ) -   ວັນ​ທີ 4/6, ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Leon Edward Panetta ​ເນື່ອງ​ໃນ​ໂອກາດທ່ານມາ​ຢ້ຽມຢາມ​ຫວຽ​ດນາມ​. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສອງ​ຝ່າຍ ​ແລະ ພາກ​ພື້ນທີ່​ຕ່າງ​ຝ່າຍຕ່າງ​ມີຄວາມ​ສົນ​ໃຈ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ຕີ​ລາຄາ​ສູງຕໍ່​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ​ໃນ​ການຊອກ​ຫາອັດຖິທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ທີ່ຫາຍສາບ​ສູນ​ໃນ​ປາງ​ສົງຄາມ, ພ້ອມ​ກັນ​ນັ້ນ​ກໍ​ສະ​ເໜີ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ພິ​ເສດ​ແມ່ນ​ໃນ​ບັນ​ຫາ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ, ກຳຈັດທາດ​ພິດສີ​ສົ້ມ​ດີ​ໂອ​ຊີນ ​ແລະ ຊ່ວຍ​​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽ​ດນາມ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ບັນຫາ​ຄວາມປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່ທະ​ເລ​ຕາ​ເວັນ​ອອກ, ປົກ​ປັກ​ຮັກສາ​ແຫຼ່ງນ້ຳ ​ແລະ ພັ​ດນະ​ນາ​​ແບບ​ຍືນ​ຍົງ​ລຽບ​ຕາມ​ລຳ​ແມ່​ນ້ຳຂອງ

        ພາຫາ​ນະ​ສື່​ມວນ​ຊົນອາ​ເມ​ລິ​ກາ ​ໄດ້​ຕີ​ລາຄາ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ແມ່ນ​ສັນຍາ​ລັກທີ່​ຈະ​ແຈ້ງ​ກ່ຽວ​ກັບກາ​ນ​ເພີ່ມ​ທະວີ​ການຮ່ວມ​ມືຢ່າງ​ເລິກ​ເຊິ່ງ​ກວ້າງຂວາງ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Leon Edward Panetta ​ສະ​ແດງ​ໃຫ້​ເຫັນ​ລະດັບ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້, ພ້​ອມກັນ​ນັ້ນ​ກໍ​ປາດ​ຖະໜາ​ຢາກ​ປັບປຸງ​ສາຍ​ພົວພັນ​ກັບ​ຫວຽດນາມ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ຊີ້​ແຈງວ່າ.

        “ ສົງຄາມ​ຢູ່​ຫວຽດນາມ ​ສວມ​ບົດບາດ​ສຳຄັນ, ບໍ່​ພຽງ​ແຕ່​ແມ່ນ​ບັນດາບົດຮຽນ​​ເຊິ່ງອາ​ເມ​ລິ​ກາ​ ຖອດ​ຖອນ​ມາ​ໄດ້​ຈາກສົງຄາມ​ເທົ່າ​ນັ້ນ ຫາກ​ໃນ​ສົງຄາມ​ນັ້ນອາ​ເມ​ລິ​ກາ ຕ້ອງ​ມີ​ຄວາມ​ຮັບ​ພິດ​ຊອບສູງ​ກວ່າ​ ​ແລະ ຕ້ອງ​ເຂົ້າ​ຮ່ວມ​ໃນ​ວິວັດ​ການຮຳບາດ​ແຜ​ສົງຄາມດ້ວຍ​ການປັບປຸງ​ການ​ພົວພັນ​ກັບຫວຽ​ດນາມ”.

ຂ່າວ/ບົດ​ອື່ນ