ລັດຖະມົນຕີການ ຕ່າງປະເທດ ຫວຽດນາມ ຢ້ຽມຢາມ EU ແລະ ລົງນາມໃນສົນທິສັນຍາ PCA

ລັດຖະມົນຕີການ ຕ່າງປະເທດ ຫວຽດນາມ ຢ້ຽມຢາມ EU ແລະ ລົງນາມໃນສົນທິສັນຍາ PCA - ảnh 1
ທ່ານ​ລັດຖະມົນຕີ​ Pham Binh Minh ເຂົ້າ​ຢ້ຽມ​ຂໍ່ານັບ​
ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy
( ພາບ: phambinhminh.net )


( vovworld ) - ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ພວມ​ທຳການ​ຢ້ຽມຢາມສະຫະພາບ​ເອີ​ລົບ ( EU ) ​​ແລະ ໄດ​້ລົງ​ນາມ​ໃນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມືຮອບດ້ານ​ລະຫວ່າງ​ຫວຽ​ດນາມ - EU ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ ( EC ), ຜູ້ຕາງໜ້າຂັ້ນ​ສູງ​ຜູ້ຮັບຜິດຊອບ​ຄວາມ​ໝັ້ນຄົງ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ EU, ທ່ານ​ນາງ Catherine Ashton. ທີ່​ການ​ເຈລະຈາ​ກັບ​ທ່ານ​ນາງ Catherine Ashton, ທ່ານ​ລັດຖະມົນຕີ​ Pham Binh Minh ໄດ້​ເນັ້ນ​ໜັກ​​ວ່າ ​ການ​ຢ້ຽມຢາມຄັ້ງ​ນີ້ ​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ເຄົາລົບ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ໃນ​ການພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​​ ​ແລະ ຮ່ວມ​ມືຮອບດ້ານ​ກັບ EU. ສ່ວນ​ທ່ານນາງ Ashton ​ໄດ້​ຢືນຢັນ​ວ່າ EU ​ໄດ້​ຖື​​ເປັນ​ສຳຄັນບົດບາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນຂອງ​ຫວຽດນາມ ຢູ່​​ພາກ​ພື້ນ ​ແລະ ​ໃນ​ໂລກ; ປາດ​ຖະໜາ​ວ່າ ຈະ​ເພີ່ມ​ທະວີການ​ຮ່ວມ​ມື​ສອງ​ຝ່າຍ​ກໍ​ຄື​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ​ສາກົນ.
     ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy. ນະ​ທີ່​ນີ້, ທ່ານ​ປະທານ Van Rompuy ​ໄດ້​ຊີ້​ແຈ້ງວ່າ EU ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກວ່າ​ອີກ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ EU ຈະສືບ​ຕໍ່​ສະຫງວນ​ທຶນ ODA ​ໃຫ້​ແກ່​ຫວຽດນາມ ພາຍຫຼັງ​ໄລຍະປີ 2013; ໜູນຊ່ວຍ​ຫວຽດນາມ ​ໃນ​ວິວັດທະນາ​ການ​ເຈລະຈາ FTA.

ຂ່າວ/ບົດ​ອື່ນ