ລັດຖະມົນຕີການການຕ່າງປະເທດລາວຢ້ຽມຢາມໄທຢ່າງເປັນທາງການ

ລັດຖະມົນຕີການການຕ່າງປະເທດລາວຢ້ຽມຢາມໄທຢ່າງເປັນທາງການ - ảnh 1
ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ
ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ
(ພາບອິນເຕີແນັດ)

(vovworld) - ວັນ​ທີ 09/08, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ​ເລີ່​ມຕົ້ນ​ການ​ຢ​້ຽມຢາມ ​ໄທ ຢ່າງ​ເປັນ​ທາງ​ການ ​ເປັນ​ຄັ້ງ​ທຳ​ອິດ​​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ.

        ຕອນ​ບ່າຍ​ວັນ​ທີ 09/08, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ມີ​ການ​ເຈລະຈາ​ກັບ​ທ່ານ ດອນ ປຣາມຸດ​ວິ​ໄນ. ລັດຖະມົນຕີ​ທັງ 2 ທ່ານ​ໄດ້​ປຶກສາ​ຫາລື​ຫລາຍ​ຫົວ​ເລື່ອງ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ ມີ​ການ​ຊຸກຍູ້​ສາຍ​ພົວພັນ 2 ຝ່າຍ​ຮອບດ້ານ ກໍ່​ຄື​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ນັບ​ແຕ່​ພາຍຫລັງ​ການ​ພົບປະ 2 ຝ່າຍ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີ ​ໄທ ​ແລະ ນາຍົກລັດຖະມົນຕີ ລາວ ​ໃນ​ການ​ຢ້ຽມຢາມ ​ໄທ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ລາວ​ ​ເມື່ອ​ເດືອນ 7/2016.

ຕອບກັບ

ຂ່າວ/ບົດ​ອື່ນ