ລັດຖະມົນຕີການຄ້າແລະເສດຖະກິດບັນດາປະເທດສະມາຊິກTPPຢືນຢັນພິທີລົງນາມສັນຍາແມ່ນຂີດໝາຍສຳຄັນ

ລັດຖະມົນຕີການຄ້າແລະເສດຖະກິດບັນດາປະເທດສະມາຊິກTPPຢືນຢັນພິທີລົງນາມສັນຍາແມ່ນຂີດໝາຍສຳຄັນ - ảnh 1
ລັດຖະມົນຕີການຄ້າແລະເສດຖະກິດບັນດາປະເທດສະມາຊິກTPP
ຢືນຢັນພິທີລົງນາມສັນຍາແມ່ນຂີດໝາຍສຳຄັນ
(ພາບ: bbc)


(vovworld) –​ ພາຍ​ຫຼັງ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າ​ມ​ປາ​ຊີ​ຟິກ (TPP) ຢ່າງ​ເປັນ​ທາງ​ການ ຢູ່ນະ​ຄອນ Auckland, ປະ​ເທດ ນິວ​ຊີ​ແລນ. ຕອນ​ເຊົ້າ​ວັນ​ທີ 04/02, ລັດ​ຖະ​ມົນ​ຕີ​ການ​ຄ້າ ແລະ ເສດ​ຖະ​ກິດ 12 ປະ​ເທດ​ສະ​ມາ​ຊິກ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຢືນ​ຢັນ​ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ ແມ່ນ​ຂີດ​ໝາຍ​ສຳ​ຄັນ ພ້ອ​ມ​ທັງ​ເປີ​ດ​ຊາກ​ໃຫ້​ໄລ​ຍະ​ໃໝ່​ໃຫ້ TPP. ຖະ​ແຫຼງ​ການ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຖື​ວ່າ, TPP ຈະ​ວາງ​ອອກ​ມາດ​ຖານ​ໃໝ່​ໃຫ້​ການ​ຄ້າ ແລະ ການ​ລົງ​ທຶນ ຢູ່​ໃນ​ບັນ​ດາ​ພາກ​ພື້​ນ​ທີ່​ຂະ​ຫຍັນ​ຂັ​ນ​ເຄື່ອ​ນ ແລະ ມີ​ການເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ. ໃນ​ຖະ​ແຫຼງ​ການ, ບັນ​ດາ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງ​ຈຸດ​ໝາຍ​ຂອງ​ສັນ​ຍານີ້​ແມ່ນ​ເພື່​ອ​ປັບ​ປຸງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃຫ້​ທຸກ​ໆ​ປະ​ເທດ​ສະ​ມາ​ຊິກ ແລະ ຢືນ​ຢັນ​ວ່າ ຄາດ​ໝາຍ​ລວມ​ແມ່ນ​ຜ່ານ TPP ຈະ​ສ້າງ​ພື້​ນ​ຖານ​ເພື່ອ​ຊຸກ​ຍູ້​ບັນ​ດາ​ມາດ​ຖານ​​ທີ່​ນັບ​ມື້​ນັບສູງກວ່າ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ໃນ​ອ​ະ​ນາ​ຄົດ.

ຂ່າວ/ບົດ​ອື່ນ