ລັດຖະມົນຕີການຕ່າງປະ ເທດບັນດາປະເທດອາຣັບ ປຶກສາຫາລືກ່ຽວກັບ ວິກິດການຊີຣີ


ລັດຖະມົນຕີການຕ່າງປະ ເທດບັນດາປະເທດອາຣັບ ປຶກສາຫາລືກ່ຽວກັບ ວິກິດການຊີຣີ - ảnh 1

ການວາງ​ລະ​ບີ​ດຢູ່ Damascus

 (ພາບ: AFP/TTXVN )

(vovworld) –​​​​ວັນ​ທີ 24/8, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ອາຣັບ ສັງກັດ​ກຸ່ມ​ພົວພັນ​ກັບ​ສາກົນ​ກ່ຽວ​ກັບ​ຊີຣີ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້, ​ໃນ​ສະພາບ​ການ​ທີ່​ລັດທິ​ຫົວ​ຮຸນ​ແຮງ​ພວມ​ແຜ່​ຂະຫຍາຍ ​ອອກ​ສູ່​ພາກ​ພື້ນ​ຢ່າງ​ກ້ວາງ​ຂວາງ. ນອກຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ຫຼ້າ​ສຸດ​ຢູ່​ຊີຣີ ​ແລະ ບັນດາ​ການ​ກະທົບ​ຂອງ​ວິ​ກິ​ການ​ນີ້​ໃນ​ພາກ​ພື້ນ ​ແລະ ​ໂລກ. SPA ​ໃຫ້​ຮູ້​ວ່າ: ທີ່​ການ​ປຶກສາ​ຫາລື​ລັບ​ຄັ້ງຕ່າງໆ​ຈັດ​ຂຶ້ນ​ທີ່​ນະຄອນ​ແຄມ​ທະ​ເລ Jeddah ຂອງ​ອາຣາບີ ຊາ​ອຸ​ດີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະ​ເທດ​ເຈົ້າພາບ Saul Al Faisal ພອ້ມກັບບັນດາ​ຄູ່​ຕຳ​ແໜ່​ງອີ​ຢີບ, UAE, ກາ​ຕາ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ສົມທົບ​ກັນ​ຢ່າງ​ເຂັ້ມງວດ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຢູ່​ບັນດາ​ປະ​ເທດ​ອາຣັບ./.

 

ຂ່າວ/ບົດ​ອື່ນ