ລັດຖະມົນຕີການຕ່າງປະທດອາເມລກາຫວັງວ່າTPPຈະສຳເລັດໃນທ້າຍປີນີ້

ລັດຖະມົນຕີການຕ່າງປະທດອາເມລກາຫວັງວ່າTPPຈະສຳເລັດໃນທ້າຍປີນີ້ - ảnh 1
(ການ​ປະຊຸມ​ຂ່າວແຈ້ງ​ກ່ຽວ​ກັບ​ຜົນ​ຂອງ​ການ​ເຈລະຈາ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 7/8, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ຟ້າ​ມບິ່ງມິ​ງ ​ແລະ ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Jonh Kerry, ​ເປັນ​​ເຈົ້າພາບ​ການ​ປະຊຸມ​ຂ່າວ ​ເພື່ອ​ແຈ້ງ​ກ່ຽວ​ກັບ​ຜົນ​ຂອງ​ການ​ເຈລະຈາ ​ແລະ ຕອບ​ຄຳ​ຖາມ​ຂອງ​ສື່​ມວນ​ຊົນ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ແງ່​ຫວັງ​ສຳ​ເລັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Jonh Kerry ​ໃຫ້​ຮູ້​ວ່າ: “​ໄດ້​ມີ​ຄວາມ​ກ້າວໜ້າ, ​ແຕ່​ຍັງ​ມີ​ຫຼາຍ​ບັນຫາ​ຍັງ​ຄົງ​ຄ້າງ​ຢູ່, ມື້​ນີ້​ພວກ​ຂ້າພະເຈົ້າ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຫວຽດນາມ. ບັນດາ​ປະ​ເທດ​ອື່ນໆ​ກໍ່​ມີ​ຫຼາຍ​ບັນຫາ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ ​ເພື່ອ​ສາມາດສຳ​ເລັດ TPP ​​ໃນ​ທ້າຍປີ​ນີ້“… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Jonh Kerry ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ເລື່ອງ​ຫັນ​ເປັນ​ບັນຫາ​ການ​ທະຫານ, ຖົມ​ດິນ​ເປັນ​​ເກາະ, ​ແລະ ​ເຫັນ​ດີ​ຕໍ່​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ທາງ​ການ​ທູດ ຫຼື​ຜ່ານ​ສານ​ສາກົນ. ທ່ານ​ກໍ່​ຢືນຢັນ​ວ່າ ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ ​ແມ່ນ​ບາດກ້າວ​ທີ່​ສຳຄັນ, ​ເຊິ່ງສະ​ຫະປະຊາ​ຊາດ ​ພວມ​ມານະ​ພະຍາຍາມ​ເພື່ອ​ຊອກ​ຫາ​ແຫຼ່ງກຳລັງ​ໃຫ້​ວຽກ​ງານ​ຮັກສາ​ສັນຕິພາບ.

        ສ່ວນທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ຟ້າ​ມບິ່ງມິ​ງ ກໍ່​ຢືນຢັນ​ວ່າ​ຢູ່​ຫວຽດນາມ ​ທຸກ​ນະ​ໂຍບາຍ​ລ້ວນ​ແຕ່​ຖື​ມະນຸດ​ເປັນ​ໃຈກາງ​ຂອງ​ການ​ພັດທະນາ. ຫວຽດນາມ​ ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ສິດທິ​ມະນຸດ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ຟ້າ​ມບິ່ງມິ​ງ ​ໃຫ້​ຮູ້​ວ່າ, ການ​ຮ່ວມ​ມື​ທາງ​ດ້ານ​ການສຶກສາ ​ແມ່ນ​ການ​ຮ່ວມ​ມື​ທີ່​ມີ​ຄວາມ​ສຳຄັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ. ນີ້​ແມ່ນ​ຂົງ​ເຂດ​ເຊິ່ງທັງ​ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງການ, ພິ​ເສດ, ຝ່າຍ​ຫວຽດນາມ ​ມີ​ຄວາມ​ຕ້ອງການ​ໃຫຍ່​ໃນ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ຟ້າ​ມບິ່ງມິ​ງ ກໍ່​ໃຫ້​ຮູ້​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຫັນ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ​ນັບ​ແຕ່​ປີ 2013. ຫວຽດນາມ ​ຫວັງ​ວ່າ, ການ​ພົວພັນ​ໄດ້​ຮັບ​ການ​ພັດທະນາ​ບົນ​ພື້ນຖານ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ