ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 5 ປະ​ເທດ ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຄັດ​ຄ້ານເລື່ອງ ອິດ​ສະ​ຣາ​ແອັນ ຫັນ​​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ ຝັ່​ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ໃຫ້ຖືກ​ຕ້ອງ​ຕາມ​ກົດ​ໝາຍ

(VOVWORLD) -ລັດຖະມົນຕີ 5 ປະເທດ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອີຕາລີ ແລະ ອັງກິດ ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຕໍ່ເລື່ອງ ວັນທີ 12 ກຸມພາ, ອິດສະຣາແອັນ  ແຈ້ງໃຫ້ຊາບວ່າ ຈະຊຸກຍູ້ການສ້າງເຮືອນຢູ່ 10.000 ຫຼັງ ແລະ ເລີ່ມວິດຳເນີນການຫັນ 9 ເຂດຕັ້ງຖິ່ນຖານໃໝ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຊິ່ງເປັນເຂດລະເມີດກົດໝາຍສາກົນ ໃຫ້ຖືກຕ້ອງຕາມກົດໝາຍ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 5 ປະ​ເທດ ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຄັດ​ຄ້ານເລື່ອງ ອິດ​ສະ​ຣາ​ແອັນ ຫັນ​​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ ຝັ່​ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ໃຫ້ຖືກ​ຕ້ອງ​ຕາມ​ກົດ​ໝາຍ - ảnh 1ເຂດຕັ້ງຖິ່ນຖານ Gush Etzion  (ພາບ: Reuters)

ວັນທີ 14 ກຸມພາ, ລັດຖະມົນຕີ 5 ປະເທດ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອີຕາລີ ແລະ ອັງກິດ ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຕໍ່ເລື່ອງ ວັນທີ 12 ກຸມພາ, ອິດສະຣາແອັນ  ແຈ້ງໃຫ້ຊາບວ່າ ຈະຊຸກຍູ້ການສ້າງເຮືອນຢູ່ 10.000 ຫຼັງ ແລະ ເລີ່ມວິດຳເນີນການຫັນ 9 ເຂດຕັ້ງຖິ່ນຖານໃໝ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຊິ່ງເປັນເຂດລະເມີດກົດໝາຍສາກົນ ໃຫ້ຖືກຕ້ອງຕາມກົດໝາຍ.

        ໃນຖະແຫຼງການຮ່ວມ, ລັດຖະມົນຕີການຕ່າງປະເທດຂອງ 5 ປະເທດ ໄດ້ຄັດຄ້ານທຸກການກະທຳຕາມລຳພັງຝ່າຍດຽວຂອງ ອິດສະຣາແອັນ ແລະ ຖືວ່າ ບັນດາການກະທຳນີ້ ຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ປະຊາຊົນ ອິດສະຣາແອັນ ແລະ ປາແລັດສະຕິນ ເພີ່ມຂຶ້ນ, ພ້ອມທັງຍັງກີດຂວາງຄວາມມານະພະຍາຍາມບັນລຸໄດ້ມາດຕະການຄົງຕົວທັງສອງລັດ ຜ່ານການເຈລະຈາ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ