ລັດຖະມົນຕີການຕ່າງປະເທດ G7 ໂຮມປະຊຸມຢູ່ ຍີ່ປຸ່ນ

(VOVWORLD) - ວັນທີ 17 ແລະ 18 ເມສາ, ບັນດາການນຳແຖວໜ້າກຸ່ມ G7 ຈະປຶກສາຫາລື ບັນດາບັນຫາຄື: ວິກິດການຢູແກຼນ, ປອດນິວເຄຼຍ, ລະບອບ Taliban ກຳອຳນາດຢູ່ ອາບການິດສະຖານ
ລັດຖະມົນຕີການຕ່າງປະເທດ G7 ໂຮມປະຊຸມຢູ່ ຍີ່ປຸ່ນ - ảnh 1ບັນດາລັດຖະມົນຕີການຕ່າງປະເທດໂຮມປະຊຸມຢູ່ Karuizawa, ປະເທດຍີ່ປຸ່ນ ໃນວັນທີ 16 ເມສາ 2023.
(ພາບ: AFP/TTXVN)

ວັນທີ 16 ເມສາ, ລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດ ອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ເລີ່ມໂຮມປະຊຸມເປັນເວລາ 3 ວັນຢູ່ແຂວງ Nagano, ປະເທດ ຍີ່ປຸ່ນ. ເຈົ້າໜ້າທີ່ການຕ່າງປະເທດ ບັນດາປະເທດໄດ້ເຫັນດີເປັນເອກະພາບຄວາມສາມັກຄີສວມບົດບາດສຳຄັນໃນການການແກ້ໄຂບັນດາບັນຫາພູມສາດການເມືອງຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ວັນທີ 17 ແລະ 18 ເມສາ, ບັນດາການນຳແຖວໜ້າກຸ່ມ G7 ຈະປຶກສາຫາລື ບັນດາບັນຫາຄື: ວິກິດການຢູແກຼນ, ປອດນິວເຄຼຍ, ລະບອບ Taliban ກຳອຳນາດຢູ່ ອາບການິດສະຖານ, ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ… ກອງປະຊຸມກໍ່ຈະປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືກັບບັນດາປະເທດພວມພັດທະນາຢູ່ ເຄິ່ງໜ່ວຍໂລກໃຕ້, ຫຼາຍປະເທດໃນນັ້ນຍັງຮັກສາທ່າທີເປັນກາງຕໍ່ການປະທະກັນຢູ່ ຢູແກຼນ.

        ກອງປະຊຸມລັດຖະມົນຕີ G7 ມີການເຂົ້າຮ່ວມຂອງຜູ້ນຳໜ້າຂະແໜງການທູດບັນດາປະເທດ ອາເມລິກາ, ຍີ່ປຸ່ນ, ເຢຍລະມັນ, ອັງກິດ, ຝລັ່ງ, ການາດາ ແລະ ອີຕາລີ ແລະ ເຈົ້າໜ້າທີ່ບາງທ່ານຂອງສະຫະພາບເອີລົບ (EU), ເພື່ອແນໃສ່ກະກຽມໂຄງການດຳເນີນງານໃຫ້ແກ່ກອງປະຊຸມສຸດຍອດ G7 ໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເປັນປະທານ, ຄາດວ່າຈະຈັດຂຶ້ນຢູ່ນະຄອນ Hiroshima ແຕ່ວັນທີ 19 – 21 ພຶດສະພາ. ກອງປະຊຸມສຸດຍອດຄັ້ງທີ 49 ຂອງ G7 ແມ່ນເຫດການການທູດສຳຄັນທີ່ສຸດຂອງ ຍີ່ປຸ່ນໃນປີ 2023 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ