ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Toshimitsu Motegi ເດີນ​ທາງ​ໄປ​ຢ້ຽມ​ຢາມ ຕາ​ເວັນ​ອອກ​ກາງ

(VOVWORLD) -ວັນທີ 15 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Moteghi ໄດ້ເລີ່ມເດີນທາງໄປຢ້ຽມຢາມຕາເວັນອອກກາງ ເປັນເວລາ 10 ວັນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Toshimitsu Motegi  ເດີນ​ທາງ​ໄປ​ຢ້ຽມ​ຢາມ ຕາ​ເວັນ​ອອກ​ກາງ   - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Moteghi (ພາບ: Reuters)

ວັນທີ 15 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Moteghi ໄດ້ເລີ່ມເດີນທາງໄປຢ້ຽມຢາມຕາເວັນອອກກາງ ເປັນເວລາ 10 ວັນ, ດ້ວຍໂຄງການດຳເນີນງານທີ່ສຸມໃສ່ສະພາບການຄວາມໝັ້ນຄົງຢູ່ພາກພື້ນ.

ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ຈະເດີນທາງໄປຍັງ ອີຣານ ແລະ ອິດສະຣາແອັນ ເພື່ອແນໃສ່ໃຫ້ຄຳໝັ້ນສັນຍາສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຍີ່ປຸ່ນ ກັບອຳນາດການປົກຄອງໃໝ່ຢູ່ສອງປະເທດຕາເວັນອອກກາງນີ້. ຫຼັງຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Toshimitsu Motegi ຈະເດີນທາງໄປຢ້ຽມຢາມ ອີຢິບ, ຈໍແດນ, ປາແລັດສະຕິນ, ຕວັກກີ ແລະ ກາຕາ.


ຕອບກັບ

ຂ່າວ/ບົດ​ອື່ນ