ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ແລະ ເອີ​ຣົບ

(VOVWORLD) - ວັນທີ 28 ທັນວາ, ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ທ່ານນາງລັດຖະມົນຕີການຕ່າງປະເທດ Yoko Kamikawa ຈະເດີນທາງໄປເຄື່ອນໄຫວຢູ່ ອາເມລິກາ, ການາດາ ແລະ ຫຼາຍປະເທດເອີຣົບ ໃນເດືອນມັງກອນ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ແລະ ເອີ​ຣົບ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ Yoko Kamikawa (ພາບ: TTXVN)

ລະອຽດ, ຄາດວ່າ ການຢ້ຽມຢາມ ອາເມລິກາ ຈະເລີ່ມແຕ່ວັນທີ 05 ມັງກອນ, ເຊິ່ງໄດ້ດຳເນີນໃນສະພາບການ ຍີ່ປຸ່ນ ພວມກະກຽມດຳເນີນການຢ້ຽມຢາມທາງລັດຖະກິດ ຢູ່ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ Fumio Kishida ຕາມຄຳເຊີນຂອງທຳນຽບຂາວ ທີ່ຄາດວ່າຈະດຳເນີນໃນຕົ້ນເດືອນ ມີນາ 2024. ນີ້ໄດ້ຮັບຖືວ່າ ແມ່ນເນື້ອໃນໜຶ່ງທີ່ທ່ານລັດຖະມົນຕີການຕ່າງປະເທດ Kamikawa ຈະນຳມາປຶກສາຫາລືກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken ໃນການພົບປະຄັ້ງນີ້. ຖ້າຫາກວ່າການຢ້ຽມຢາມດັ່ງກ່າວໄດ້ດຳເນີນຕາມແຜນການ, ທ່ານ Kishida ຈະແມ່ນການນຳຍີ່ປຸ່ນ ຄົນທຳອິດທີ່ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ອາເມລິກາ ນັບແຕ່ຫຼັງການຢ້ຽມຢາມຂອງທ່ານອະດີດນາຍົກລັດຖະມົນຕີ Shinzo Abe ເມື່ອປີ 2015.

ຫຼັງຈາກຢ້ຽມຢາມ ອາເມລິກາ ແລ້ວ, ຄາດວ່າທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Kamikawa ຈະໄປຍັງ ການາດາ ແລະ 5 ປະເທດ ເອີຣົບ, ລວມມີ: ໂປໂລຍ, ແຟງລັງ, ຊູແອັດ, ໂຮນລັງ ແລະ ເຢຍລະມັນ. ແຈ້ງການສື່ມວນຊົນຂອງກະຊວງການຕ່າງປະເທດ ຍີ່ປຸ່ນ ຊີ້ແຈ້ງວ່າເປົ້າໝາຍຂອງບັນດາການຢ້ຽມຢາມ ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ໂຕກຽວ ກັບແຕ່ລະປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ