ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ

(VOVWORLD) -ບັນດາໂຄງການໂດຍ USAID ຜັນຂະຫຍາຍຢູ່ ຫວຽດນາມ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ທີ່ມີຊີວິດຊີວາ ແລະ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາເສດຖະກິດ ອາເມລິກາ (ພາບ: baoquocte.vn)

ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາເສດຖະກິດ ອາເມລິກາ (USAID) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ໃນນັ້ນ USAID ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຜ່ານໂຄງການໜູນຊ່ວຍການພັດທະນາໃນຂົງເຂດຕ່າງໆ, ເປັນຕົ້ນແມ່ນ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ, ການສຶກສາ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງໃຫ້ທ້ອງຖິ່ນ, ວິສາຫະກິດ… ບັນດາໂຄງການໂດຍ USAID ຜັນຂະຫຍາຍຢູ່ ຫວຽດນາມ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ທີ່ມີຊີວິດຊີວາ ແລະ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

        ທ່ານນາງ Samantha Power ໃຫ້ຮູ້ວ່າ ໄດ້ໄປຢ້ຽມຢາມ ແລະ ເຫັນປະຈັກຕາຜົນງານຂອງໂຄງການຕ່າງໆ ເຊິ່ງ USAID ພວມຜັນຂະຫຍາຍ. ໃນໄລຍະຈະມາເຖິງ, USAID ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງຢູ່ພາຍຫຼັງສົງຄາມ, ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ, ຮັບມືກັບໂລກລະບາດຕິດຕໍ່.

ຕອບກັບ

ຂ່າວ/ບົດ​ອື່ນ