ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ

(VOVWORLD) -ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານປະທານປະເທດນຳໜ້າ ໄດ້ບັນລຸທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນຢ່າງຮອບດ້ານ, ສືບຕໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.

ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ ກູບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 76 ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 18 – 24 ກັນຍາ 2021, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານປະທານປະເທດນຳໜ້າ ໄດ້ບັນລຸທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນຢ່າງຮອບດ້ານ, ສືບຕໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ (ພາບ: TTXVN)
ການໄປປະຕິບັດງານຄັ້ງນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງສານຢ່າງແຮງອອກສູ່ໂລກ ກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍແບບຫຼາຍຝ່າຍ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ກ່ຽວກັບປະເທດຫວຽດນາມ ເປັນເພື່ອນທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຢັ້ງຢືນຄວາມສາມັກຄີທີ່ບໍລິສຸດ, ການສະໜັບສະໜູນເຊິ່ງກັນແລະກັນ, ການຮ່ວມມືຢ່າງຮອບດ້ານ ນັບທັງການຕ່າງປະເທດ, ການທູດຂອງລັດ ແລະ ການທູດປະຊາຊົນ ລະຫວ່າງ ຫວຽດນາມ ແລະ ກູບາ.

ພ້ອມດຽວກັນນັ້ນ, ສືບຕໍ່ຢັ້ງຢືນຢ່າງແຮງ, ຈະແຈ້ງ ກັບເພື່ອນມິດສາກົນກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ, ມີຄວາມມຸ່ງມາດປາດຖະໜາພັດທະນາ ແລະ ບືນຕົວຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນເຂົ້າໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນທົ່ວໂລກ, ພິເສດ ແມ່ນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາແບບຍືນຍົງໃນໄລຍະເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດ; ຍາດແຍ່ງໄດ້ການສະໜັບສະໜູນຂອງປະຊາຄົມສາກົນໄດ້ຢ່າງແທດຈິງ ແລະ ມີປະສິດທິຜົນ, ພິເສດແມ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສະພາບການຕ່າງປະເທດຢ່າງໝັ້ນຄົງໜັກແໜ້ນ ແລະ ສະດວກແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາປະເທດແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ