ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ​ພົບ​ປະ​ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ວັນທີ 4 ເມສາ, ຢູ່ ກ໋ວາງຊີ (ຈີນ), ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານ ຫວາງອີ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດ ສູນກາງພັກກອມມູນິດ ຈີນ, ລັດຖະມົນຕີການຕ່າງປະເທດ ສປ.ຈີນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ​ພົບ​ປະ​ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: TTXVN)

ທີ່ການພົບປະ, ລັດຖະມົນຕີການຕ່າງປະເທດ ສອງປະເທດ ໄດ້ຢັ້ງຢືນ ຄວາມສຳຄັນແຖວໜ້າຂອງ ການພົວພັນ ຫວຽດນາມ - ຈີນ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບກັນ, ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງ ຢ່າງລະອຽດ ແລະ ມີປະສິດທິຜົນ ເພື່ອສືບຕໍ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງປອດໄສ, ມີສະຖຽນລະພາບ, ຍືນຍົງ ຢ່າງບໍ່ຢຸດຢັ້ງ ຕາມການກຳນົດທິດ 6 ກວ່າ (ມີຄວາມໄວ້ເນື້ອເຊື່ອໃຈກວ່າ, ມີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແທດຈິງກວ່າ. ມີພື້ນຖານສັງຄົມຢ່າງໝັ້ນແກ່ນກວ່າ, ມີການສົມທົບກັນຫຼາຍຝ່າຍຢ່າງແໜ້ນແຟ້ນກວ່າເກົ່າ, ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ ແລະ ແກ້ໄຂເປັນຢ່າງດີກວ່າ).

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າຕາມທິດສົມດູນແບບຍືນຍົງ, ສະເໜີຈີນ ສືບຕໍ່ສ້າງຄວາມສະດວກ ແລະ ເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ, ສ້າງເງື່ອນໄຂເພື່ອສ້າງຕັ້ງຫ້ອງການສົ່ງເສີມການຄ້າ ຂອງ ຫວຽດນາມຕື່ມອີກ ຈຳນວນໜຶ່ງ ຢູ່ບັນດາທ້ອງຖິ່ນ ຂອງ ຈີນ ໂດຍໄວ; ຕັ້ງໜ້າແກ້ໄຂສິ່ງທີ່ຍັງຄົງຄ້າງຢູ່ ແຜນການຮ່ວມມືດ້ານອຸດສາຫະກຳຈຳນວນໜຶ່ງ…

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໄດ້ສະເໜີສອງຝ່າຍເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດ ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ດ້ວຍຂອບເຂດ “2 ແລວທາງ, 1ເສັ້ນທາງ”; ທ່ານໃຫ້ຄຳໝັ້ນສັນຍາວ່າ ຈີນ ຈະຕັ້ງໜ້າພິຈາລະນາເປີດກວ້າງການສົ່ງອອກນຳເຂົ້າສິນຄ້າ, ຜະລິດຕະພັນກະເສດ - ສິນໃນນ້ຳຂອງ ຫວຽດນາມ; ສະໜັບສະໜູນການເຊື່ອມຕໍ່ຄົມມະນາຄົມທາງບົກ, ພ້ອມກັນນັ້ນແມ່ນສ້າງເຂດດ່ານຊາຍແດນ ອັດສະລິຍະ ລະຫວ່າງສອງປະເທດເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນ, ສະໜັບສະໜູນການເພີ່ມທະວີການຮ່ວມມືດ້ານການສຶກສາ, ການທ່ອງທ່ຽວ; ສົມທົບກັນຢ່າງແໜ້ນແຟ້ນ ກ່ວາອີກໃນບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ