ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ໂອ້ລົມທາງໂທລະສັບ

(VOVWORLD) -2 ຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ທ່າພັດທະນາອັນດີງາມຂອງການພົວພັນລະຫວ່າງ 2 ພັກ, 2 ລັດ; ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ; ຍູ້ແຮງການຮ່ວມມືໃນທຸກຂົງເຂດຢ່າງແທດຈິງກວ່າ
ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ໂອ້ລົມທາງໂທລະສັບ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: ຕວນແອັງ)

ວັນທີ 14 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ວາງອີ.

        ທີ່ການໂອ້ລົມທາງໂທລະສັບ, 2 ຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ທ່າພັດທະນາອັນດີງາມຂອງການພົວພັນລະຫວ່າງ 2 ພັກ, 2 ລັດ; ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ; ຍູ້ແຮງການຮ່ວມມືໃນທຸກຂົງເຂດຢ່າງແທດຈິງກວ່າ; ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງຄວາມສະດວກໃຫ້ການແລກປ່ຽນການຄ້າ, ແກ້ໄຂຂໍ້ຕິດຄັດຜ່ານແດນຢູ່ດ່າຍຊາຍແດນ; ຮັບຮອງໜັງສືຜ່ານແດນວັກຊິນຂອງກັນໂດຍໄວ ເພື່ອຮັບໃຊ້ຄວາມຕ້ອງການໄປມາ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນຂອງ 2 ປະເທດ.

        2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາທາງທະເລ, ເຫັນດີພ້ອມກັນມານະພະຍາຍາມຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ບົນເນື້ອໃນຈິດໃຈເຄົາລົບອະທິປະໄຕ ແລະ ຜົນປະໂຫຍດຢ່າງຊອບທຳຂອງກັນ, ປະຕິບັດຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນດາບັນຫາລະຫວ່າງ ຫວຽດນາມ - ຈີນ ແລະ ກົດໝາຍສາກົນຢ່າງເຂັ້ມງວດ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບ ອາຊຽນ ບັນລຸຄວາມຄືບໜ້າກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

        ລັດຖະມົນຕີທັງ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບການປະທະກັນຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ