ລັດຖະມົນຕີການຕ່າງປະເທດ ລັດເຊຍ ຕຳໜິຕິຕຽນ ອາເມລິກາ ກ່ຽວກັບນະໂຍບາຍ “ລົງໂທດກ່ອນທີ່ດຳເນີນເຈລະຈາ”

(VOVWORLD) - ກ່າວຄຳເຫັນຕໍ່ບັນດານັກການທູດໜຸ່ມ ຢູ່ນອກເວທີປາໄສເສດຖະກິດຝ່າຍຕາເວັນອອກຄັ້ງທີ 4 ພວມດຳເນີນໄປຢູ່ນະຄອນ Vladivostok ປະເທດ ລັດເຊຍ,
ລັດຖະມົນຕີການຕ່າງປະເທດ ລັດເຊຍ ຕຳໜິຕິຕຽນ ອາເມລິກາ ກ່ຽວກັບນະໂຍບາຍ “ລົງໂທດກ່ອນທີ່ດຳເນີນເຈລະຈາ” - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ວັນທີ 12 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຕຳໜິຕິຕຽນນະໂຍບາຍພົວພັນຕ່າງປະເທດຂອງ ອາເມລິກາ, ໂດຍລະອຽດແມ່ນໄດ້ຈັດວາງຄຳສັ່ງຂວ້ຳບາດກ່ອນທີ່ດຳເນີນການເຈລະຈາ, ພວມກໍ່ຄວາມເຄັ່ງຕຶງລະຫວ່າງ 2 ປະເທດມະຫາອຳນາດນີ້. ຕາມທ່ານ Lavrov ແລ້ວ, ບັນດານະໂຍບາຍຄືດັ່ງກ່າວ ບໍ່ເຄີຍນຳມາເຊິ່ງ “ຜົນສຳເລັດຍາວນານ”.

        ທ່ານ Lavrov ເນັ້ນໜັກເຖິງການຕີລາຄາຂອງທ່ານ ບໍ່ພຽງແຕ່ເຕື້ອງເຖິງສາຍພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ເຊິ່ງທ່ານໄດ້ຕີລາຄາວ່າ “ພວມຢູ່ໃນລະດັບເຄັ່ງຕຶງທີ່ສຸດ” ເທົ່ານັ້ນ, ຫາກຕາມສະພາບຕົວຈິງແລ້ວ ອາດຈະເຫັນໄດ້ຢ່າງຈະແຈ້ງຜ່ານການກະທຳຂອງ ອາເມລິກາ ສຳລັບ ສປປ.ເກົາຫຼີ, ສະຫະພາບ ເອີຣົບ (ອີຢູ) ແລະ ຈີນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ