ລັດຖະມົນຕີການຕ່າງປະເທດ ລັດເຊຍ ຢ້ຽມຢາມ ອີຣານ

(VOVWORLD) - ກ່ອນໜ້ານັ້ນ, ສຳນັກຂ່າວສານທາງການ IRNA ຂອງອີຣານ ໄດ້ໃຫ້ຂ່າວວ່າ: ເຕເຮຣານ ໄດ້ເຊີນລັດຖະມົນຕີບັນດາປະເທດ ລັດເຊຍ, ຕວກກີ, ອາແຊກໄບຊານ ແລະ ອາກເມນີ ມາຍັງປະເທດນີ້ເພື່ອດຳເນີນການເຈລະຈາ.
ລັດຖະມົນຕີການຕ່າງປະເທດ ລັດເຊຍ ຢ້ຽມຢາມ ອີຣານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov

ວັນທີ 22 ຕຸລາ, ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຢັ້ງວ່າ: ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ໄປເຖິງນະຄອນຫຼວງ ເຕເຮຣານ, ປະເທດ ອີຣານ ໃນວັນທີ 22 ຕຸລາ, ເພື່ອເຈລະຈາກັບບັນດາຄູ່ຕຳແໜ່ງໃນພາກພື້ນ.

        ກ່ອນໜ້ານັ້ນ, ສຳນັກຂ່າວສານທາງການ IRNA ຂອງອີຣານ ໄດ້ໃຫ້ຂ່າວວ່າ: ເຕເຮຣານ ໄດ້ເຊີນລັດຖະມົນຕີບັນດາປະເທດ ລັດເຊຍ, ຕວກກີ, ອາແຊກໄບຊານ ແລະ ອາກເມນີ ມາຍັງປະເທດນີ້ເພື່ອດຳເນີນການເຈລະຈາ. ຄາດວ່າ, ການເຈລະຈາຈະດຳເນີນໄປໃນສະພາບການປະທະກັນເພີ່ມຂຶ້ນຢູ່ພາກພື້ນ ຕາເວັນອອກກາງ ແລະ ຄວາມເຄັ່ງຕຶງປິ້ນຂັ້ນໄດຢູ່ເຂດຊາຍແດນລະຫວ່າງ ອາກເມນີ  ແລະ ອາແຊກໄບຊານ ທີ່ກ່ຽວຂ້ອງເຖິງອະທິປະໄຕສຳລັບເຂດດິນແດນ Nogorny – Karabakh.

          ໃນໄລຍະຜ່ານມາ, ລັດເຊຍ ແລະ ອີຣານ ໄດ້ເປີດກ້ວາງການພົວພັນຄູ່ຮ່ວມມືສອງຝ່າຍໃນສະພາບການທີ່ສອງປະເທດລ້ວນແຕ່ຕ້ອງຮັບມືກັບບັນດາມາດຕະການລົງໂທດຈາກຝ່າຍຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ