ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄປຍັງ ອີຣານ ເພື່ອປຶກສາຫາລື ກ່ຽວກັບບັນຫານິວເຄຼຍ ແລະ ການຮ່ວມມືສອງຝ່າຍ

(VOVWORLD) - ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ (ກຸ່ມ P5+1) ກັບເຕເຮຣານ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍທີ່ລົງນາມເມື່ອປີ 2015
ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄປຍັງ ອີຣານ ເພື່ອປຶກສາຫາລື ກ່ຽວກັບບັນຫານິວເຄຼຍ ແລະ ການຮ່ວມມືສອງຝ່າຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ມີການຢ້ຽມຢາມ ອີຣານ ໃນວັນທີ 22 ມິຖຸນາ, ໃນສະພາບການຄວາມມານະພະຍາຍາມເຈລະຈາລະຫວ່າງບັນດາປະເທດມະຫາອຳນາດເຊິ່ງລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ (ກຸ່ມ P5+1) ກັບເຕເຮຣານ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍທີ່ລົງນາມເມື່ອປີ 2015 ຫຼື ຍັງເອີ້ນວ່າແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເຊິ່ງປະຈຸບັນພວມຕົກໃນສະພາບຈົນຕາແຈ.

        ຕາມສື່ມວນຊົນ ອີຣານ ແລ້ວ, ຂໍ້ຕົກລົງນິວເຄຼຍ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ພະລັງງານ, ພ້ອມກັບບັນດາບັນຫາສາກົນ ແລະ ພາກພື້ນ ສອງຝ່າຍຈະໄດ້ນຳມາປຶກສາຫາລືໃນການຢ້ຽມຢາມຂອງທ່ານ Lavrov.

ຕອບກັບ

ຂ່າວ/ບົດ​ອື່ນ