ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​.ເກົາຫຼີ ຢ້ຽມ​ຢາມ​ອິນ​ເດຍ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ເມື່ອເດືອນມັງກອນປີ 2023, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Jaishankar ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Park Jin.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​.ເກົາຫຼີ ຢ້ຽມ​ຢາມ​ອິນ​ເດຍ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin
(ພາບ: Reuters)

ວັນທີ 7 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ໄດ້ເລີ່ມຕົ້ນການຢ້ຽມຢາມ ອິນເດຍ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. ໃນການຢ້ຽມຢາມລະຫວ່າງວັນທີ 7 - 8 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ໄດ້ພົບປະກັບຄູ່ຕຳແໜ່ງ ອິນເດຍ Jaishankar ເພື່ອປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແບບພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອມ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານ Park Jin ຄາດວ່າຈະໄປຍັງ Chennai, ລັດພາກໃຕ້ ອິນເດຍ ເພື່ອ ພົບປະບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມມີການເຄື່ອນໄຫວຢູ່ທີ່ນີ້.

ເມື່ອເດືອນມັງກອນປີ 2023, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Jaishankar ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Park Jin. ອິນເດຍ ແລະ ສ.ເກົາຫຼີ ເຫັນດີເປັນເອກະພາບຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດແບບພິເສດ, ເພີ່ມທະວີການແລກປ່ຽນຂໍ້ມູນຍຸດທະສາດ ຜ່ານບັນດາການເຄື່ອນໄຫວພົບປະຂັ້ນສູງເປັນປະຈຳ, ໃນນັ້ນມີການໂອ້ລົມເຈລະຈາ 2 + 2 ຂັ້ນລັດຖະມົນຕີການຕ່າງປະເທດ ແລະ ການປ້ອງກັນຊາດ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ລວມມີການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຢີ, ກໍ່ຄືການພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ