ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່​ຍ​ແທັງ​ເຊີນ ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ

(VOVWORLD) -   ໂດຍໄດ້ຮັບຄຳເຊີນຈາກທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການໃນລະຫວ່າງວັນທີ 17 – 18 ກໍລະກົດ. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່​ຍ​ແທັງ​ເຊີນ ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະເຈລະຈາກັບຄູ່ຕຳແໜ່ງ ສິງກະໂປ Vivian Balakrishnan (ພາບ:TTXVN)

ຕອນເຊົ້າວັນທີ 18 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບຄູ່ຕຳແໜ່ງ ສິງກະໂປ Vivian Balakrishnan. ຢູ່ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ ຢັ້ງຢືນວ່າ ສິງກະໂປ ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ມີຄວາມປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ຫຼາຍກວ່າອີກ. ລັດຖະມົນຕີສອງທ່ານເຫັນດີສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ສິງກະໂປ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເມື່ອເດືອນ ກຸມພາ 2023 ຢ່າງມີປະສິດທິຜົນ; ສຸມໃສ່ກະກຽມໃຫ້ການຢ້ຽມຢາມຂອງບັນດາການນຳຂັ້ນສູງໃນເວລາຈະມາເຖິງໃຫ້ເປັນຢ່າງດີ, ພິເສດແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ; ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ.

        ລັດຖະມົນຕີສອງທ່ານຍັງເຫັນດີເພີ່ມທະວີການຮ່ວມມື, ຮັກສາຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ; ໂດຍສະເພາະແມ່ນໃນບັນດາບັນຫາຍຸດທະສາດຄື ສັນຕິພທບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ພາກພື້ນ.

       ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີຂັ້ນສູງ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ Teo Chee Han; ຢ້ຽມຢາມ ແລະ ຖະຫວາຍດອກໄມ້ທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນຢູ່ ຫໍພິພິທະພັນອະລິຍາທຳ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ